ໃນລະຫວ່າງວັນທີ 11-13 ມີນາ 2025 ທີ່ຜ່ານມາ, ທາງໂຄງການ JuSTICE ໄດ້ສໍາເລັດການຈັດຝຶກອົບຮົມວ່າດ້ວຍການອອກແບບ ແລະ ປະເມີນຫລັກສູດການຮຽນ-ການສອນ ໂດຍມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານເຊິ່ງມາຈາກສະຖາບັນຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ລວມທັງສະພາທະນາຍຄວາມລາວ. ການຝຶກອົບຮົມດັ່ງກ່າວແມ່ນເນັ້ນໜັກໄປທີ່ການຮຽນຮູ້ການອອກແບບ ແລະ ການປະເມີນຫລັກສູດການຮຽນ - ການສອນຂອງຫລັກສູດລົງເລິກຂະແໜງກໍ່ສ້າງວິຊາຊີບຜູ້ພິພາກສາ, ໄອຍະການ ແລະ ທະນາຍຄວາມ ຫລື ກໍຄືຫລັກສູດວິຊາຊີບຍຸຕິທຳ 1 ປີໃຫ້ມີການຍົກລະດັບຄຸນນະພາບ ແລະ ປະສິດທິພາບຂອງການສິດສອນໃຫ້ດີຍິ່ງຂຶ້ນ.

ການຝຶກອົບຮົມດັ່ງກ່າວແມ່ນມີຈຸດປະສົງໃນການສະໜັບສະໜູນວຽກງານຂອງສະຖາບັນຍຸຕິທຳ ລວມທັງເຕົ້າໂຮມຄູ່ຮ່ວມງານທີ່ກ່ຽວຂ້ອງມາມີສ່ວນຮ່ວມໃນການປັບປຸງ ແລະ ອອກແບບຫລັກສູດການຮຽນການສອນໃຫ້ມີຄວາມແທດເໝາະກັບຄວາມຕ້ອງການຂອງນັກສຶກສາໃນຫລັກສູດວິຊາຊີບຍຸຕິທຳ 1 ປີ ທັງນີ້ກໍເພື່ອຮັບປະກັນໃນຄຸນນະພາບຕໍ່ການຍົກລະດັບມາດຕະຖານຂອງຫລັກສູດໃຫ້ມີຄວາມເປັນສາກົນຍິ່ງຂຶ້ນເພື່ອເປັນການກະກຽມຄວາມພ້ອມໃຫ້ນ້ອງໆນັກສຶກສາຜູ້ທີ່ຈະກາຍໄປເປັນໄອຍະການ, ຜູ້ພິພາກສາ ແລະ ທະນາຍຄວາມໃນອະນາຄົດໃຫ້ໄດ້ມີທັກສະ, ຄວາມຮູ້ຄວາມສາມາດດ້ານກົດໝາຍທີ່ດີອັນມີຄວາມຈຳເປັນຕໍ່ກັບວຽກງານທີ່ພວກເຂົາຈະໄປຈັດຕັ້ງປະຕິບັດໃນຕໍ່ໜ້າຢ່າງມີຄວາມມືອາຊີບ.

ທ່ານ ສີຣິໄຊ ປະສານພອນ, ຮອງຫົວໜ້າສະຖາບັນຍຸຕິທໍາເເຫ່ງຊາດ ເເລະ ທ່ານ ນາງ ດຣ ເປີຣີນ ຊີມົງ, ຜູ້ຊ່ວຍທາງດ້ານວິຊາການຕ່າງປະເທດ ປະຈໍາໂຄງການ JuSTICE | ©JuSTICE Project
ໃນລະຫວ່າງ 3 ມື້ຂອງການຝຶກອົບຮົມແມ່ນໄດ້ມີການນຳພາໂດຍທ່ານ Johnson Ong Chee Bin ແລະ Dr. Nguyen Thi My Ngoc (Jenny) ເຊິ່ງເປັນຊ່ຽວຊານຕ່າງປະເທດດ້ານການອອກແບບຫລັກສູດ, ພາຍໃນການຝຶກອົບຮົມຊ່ຽວຊານໄດ້ມີການແນະນຳ ແລະ ອະທິບາຍກ່ຽວກັບຫລັກການການອອກແບບ ADDIE ໃນຂະບວນການຮຽນຮູ້ ແລະ ການພັດທະນາຢ່າງເປັນລະບົບເຊິ່ງໄດ້ມີການອະທິບາຍອົງປະກອບຂອງຫລັກການດັ່ງກ່າວຜ່ານການຊີ້ໃຫ້ເຫັນເຖິງການວິເຄາະ, ການອອກແບບ, ການພັດທະນາ, ການຈັດຕັ້ງປະຕິບັດ ແລະ ການປະເມີນຫລັກສູດການຝຶກອົບຮົມ ການສິດສອນ. 

ຕະຫລອດໄລຍະການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ມີການສຳລວດເນື້ອໃນການຝຶກອົບຮົມຢ່າງລົງເລິກ, ທັງຍັງສຳລວດການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງທຸກຝ່າຍ ຕະຫລອດໄປຈົນເຖິງຜົນໄດ້ຮັບຂອງການຮຽນຮູ້, ການພັດທະນາລາຍວິຊາຂອງຫລັກສູດ ແລະ ຍຸດທະສາດການປະເມີນຜົນ. ໃນສ່ວນຂອງກິດຈະກຳພາກປະຕິບັດແມ່ນໄດ້ມີການເນັ້ນໄປທີ່ວິທີນຳໃຊ້ວິທີການຈັດໝວດໝູ່ການຮຽນຮູ້ແບບ Bloom’s taxonomy ເພື່ອກຳນົດຈຸດປະສົງຂອງການຮຽນຮູ້, ການອອກແບບການສອນທີ່ມີໂຄງສ້າງຢ່າງເປັນລະບົບ ແລະ ການພັດທະນາຮູບແບບການໃຫ້ຄະແນນທີ່ໂປ່ງໃສ. ເວົ້າລວມແລ້ວກໍຄືຜົນໄດ້ຮັບທີ່ສຳຄັນໃນການຝຶກອົບຮົມຄັ້ງນີ້ຄືການຕົກລົງຮ່ວມກັນຂອງທຸກຝ່າຍເຖິງຄວາມຈຳເປັນໃນການພັດທະນາຮູບແບບຫລັກສູດ, ແຜນການສອນ, ເກນການປະເມີນ ແລະ ຮູບແບບການໃຫ້ຄະແນນເພື່ອຮັບປະກັນວ່າການຝຶກອົບຮົມຂອງຫລັກສູດກໍ່ສ້າງວິຊາຊີບຍຸຕິທຳແມ່ນມີຄວາມສະໝ່ຳສະເໝີຕໍ່ເນື່ອງກັນ ແລະ ມີຄວາມເປັນກາງ.

ທ່ານ Johnson Ong Chee Bin, ຊ່ຽວຊານຕ່າງປະເທດວຽກການປັບປຸງຫຼັກສູດ ນໍາສະເໜີ ADDIE ໃຫ້ຜູ້ເຂົ້າຮ່ວມ | ©JuSTICE Project

ໃນຕໍ່ໜ້າ, ຜູ້ເຂົ້າຮ່ວມແມ່ນຈະຕ້ອງສະຫລຸບຮູບແບບຫລັກສູດ, ພັດທະນາເກນການປະເມີນທີ່ເປັນມາດຕະຖານດຽວກັນ ແລະ ເກນການໃຫ້ຄະແນນທີ່ສອດຄ່ອງກັບການຝຶກອົບຮົມທີ່ເນັ້ນທັກສະຄວາມຮູ້ຄວາມສາມາດ. ນອກຈາກນີ້, ສະຖາບັນຍຸຕິທຳ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງກໍຄື ສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ ແລະ ສະພາທະນາຍຄວາມລາວຄວນຈັດຕັ້ງຄະນະກຳມະການຮັບຜິດຊອບຫລັກສູດສຳລັບການສ້າງກົນໄກການປະເມີນເພື່ອສ້າງຄວາມເຂັ້ມແຂງໃນການຮ່ວມມືກັນລະຫວ່າງຄູຝຶກ ແລະ ສະຖາບັນ ທັງຍັງເປັນການຮັບປະກັນວ່າຫລັກສູດການຝຶກອົບຮົມແມ່ນຈະໄດ້ຮັບການປັບປຸງໃຫ້ມີຄວາມທັນສະໄໝ, ມີໂຄງຮ່າງການຈັດຕັ້ງທີ່ເປັນລະບົບ ແລະ ເນັ້ນໄປທີ່ການປະຕິບັດວຽກງານ.

ການຝຶກອົບຮົມຄັ້ງນີ້ຖືເປັນຂີດໝາຍອັນດີໃນການເລີ່ມຕົ້ນຄວາມພະຍາຍາມໃນການພັດທະນາຫລັກສູດການສຶກສາໃຫ້ມີປະສິດທິພາບຍິ່ງຂຶ້ນ ອີກທັງການຝຶກອົບຮົມຄັ້ງຕໍ່ໄປໃນຕໍ່ໜ້າແມ່ນຈະເນັ້ນໄປທີ່ການຜັນຂະຫຍາຍຄວາມຮັບຮູ້ທີ່ໄດ້ຮັບໄປຈັດຕັ້ງປະຕິບັດ ນຳໃຊ້ ທົດລອງຮູບແບບຫລັກສູດທີ່ເລືອກອອກແບບ ແລະ ການພັດທະນາເຄື່ອງມືຕິດຕາມ ແລະ ປະເມີນຜົນໄດ້ຮັບຂອງຫລັກສູດ ເພື່ອຮັບປະກັນການພັດທະນາທີ່ຕໍ່ເນື່ອງ ໂຄງການ JuSTICE ມຸ່ງໝັ້ນທີ່ຈະສະໜັບສະໜູນການພັດທະນາການສຶກສາດ້ານກົດໝາຍ ເພື່ອຮັບປະກັນວ່າພະນັກງານໃນຂະແໜງການໃນອະນາຄົດແມ່ນມີຄວາມພ້ອມໃນການພັດທະນາຫລັກແຫ່ງກົດໝາຍຂອງ ສປປ ລາວໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.

ທ່ານ ບຸນຍະສິດ ດາວປະສິດ, ຕາງໜ້າຈາກ ສະພາທະນາຍຄວາມ | ©JuSTICE Project

Comments are disabled.