ສິ່ງທີ່ພວກເຮົາຈັດຕັ້ງປະຕິບັດ

Iເປົ້່ໝາຍອັນສູງສຸດຂອງໂຄງການ JuSTICE ເເມ່ນເພື່ອການສົ່ງເສີມການເສີມສ້າງລະບົບຄວາມຍຸຕິທໍາ ໃຫ້ມີປະສິດທີພາບ ໂດຍຜ່ານກັນປັບປຸງພັດທະນາການເຂົ້າເຖິງທາງດ້ານກົດໝາຍ, ການສ້າງຄວາມອາດສາມາດໃຫ້ເເກ່ສະຖາບັນ ເເລະ ເສີມສ້າງຄວາມໂປ່ງໃສໃຫ້ເເກ່ຂະບວນການຍຸຕິທໍາ ໃນ ສປປ ລາວ ໂດຍຜ່ານການຮ່ວມມືກັບບັນດາອົງການຈັດຕັ້ງທີ່ສໍາຄັນຂອງຂະເເໜງຍຸຕິທໍາ.

ໂຄງການ JuSTICE ເເມ່ນສຸມໃສ່ການສະໜັບສະໜຸນຜ່ານ 3 ເສົາຄໍ້າຫຼັກຄື:

ການສ້າງຄວາມເຂັ້ມເເຂງໃຫ້ເເກ່ສະຖາບັນຍຸຕິທໍາ

ໂຄງການ JuSTICE ເຮັດວຽກຮ່ວມມືຢ່າງໃກ້ຊິດກັບບັນດາສະຖາບັນ ເເລະ ອົງການຈັດຕັ້ງຕ່າງໆທີ່ສໍາຄັນໃນຂະເເໜງຍຸຕິທໍາ ເຊິ່ງລວມມີ ກະຊວງຍູຕິທໍາ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ສະພາທະນາຍຄວາມ ເພື່ອສ້າງຄວາມເຂັ້ມເເຂງໃຫ້ກັບພັນທະ ເເລະ ບົດບາດຂອງບັນດາສະຖາບັນດັ່ງກ່າວ ລວມທັງການໃຫ້ການບໍລິການກ່ຽວກັບວຽກງານທາງດ້ານກົດໝາຍເເກ່ປະຊາຊົນໃຫ້ມີປະສິດທິພາບຍິ່ງຂື້ນ. ໂຄງການດັ່ງກ່າວ ເເມ່ນການລິເລີ່ມທີ່ສຸມໃສ່ການຫຼູດຜ່ອນສິ່ງກິດຂວາງທາງດ້ານໂຄງສ້າງການຈັດຕັ້ງ ເເລະ ຂັ້ນຕອນຕ່າງໆໃນການເຂົ້າເຖິງທາງດ້ານກົດໝາຍ ໂດຍການປັບປຸງຂອບວຽກສະຖາບັນໃຫ້ທັນສະໄໝ, ເຊື່ອມສານການຄຸ້ມຄອງຄະດີໃຫ້ເຫັນລະບົບ, ເເລະ ການໃຫ້ການບໍລິການທາງດ້ານກົດໝາຍທີ່ງ່າຍ ເເລະ ສະດວກໃຫ້ກັບຜູ້ຕ້ອງການໄດ້ຮັບການບໍລິການ. ໂດຍຜ່ານການຈັດຕັ້ງປະຕິບັດວຽກງານເຫຼົ່ານີ້ ໂຄງການເເນໃສ່ໃນການໃຫ້ການສະໜັບສະໜຸນ ເພື່ອສ້າງລະບົບຄວາມຍູຕິທໍາໃນ ສປປ ລາວທີ່ມີຄວາມໂປ່ງໃສ, ມີປະສິດທິພາບ, ເເລະ ສາມາດເຂົ້າເຖິງໄດ້ ເພື່ອສາມາດຕອບສະໜອງທີ່ດີກວ່າໃຫ້ກັບຄວາມຮຽກຮ້ອງຕ້ອງການຂອງຊຸມຊົນໃນ ສປປ ລາວ.

ການເສີມສ້າງວິທີການຝຶກອົບຮົມທາງດ້ານກົດໝາຍ

ໜຶ່ງໃນເສົາຄໍ້າ ເເລະ ການຈັດຕັ້ງປະຕິບັດຫຼັກ ຂອງໂຄງການ JuSTICE ເເມ່ນເພື່ອສ້າງຄວາມເຂັ້ມເເຂງໃຫ້ກັບບັນດາສະຖາບັນການສຶກສາທາງດ້ານກົດໝາຍ ໂດຍໂຄງການຖືເອົາການສ້າງຄວາມຮູ້ຄວາມສາມາດຂອງຜູ້ທີ່ຈະກາຍເປັນນັກກົດໝາຍໃນອະນາຄົດ ເປັນພື້ນຖານສໍາຄັນຫຼັກໃນການປັບປຸງພັດທະນາທີ່ຍືນຍົງເເກ່ວຽກງານຄວາມຍຸຕິທໍາ. ເຂິ່ງໂຄງການເເມ່ນເອົາໃຈໃສ່ເຮັດວຽກຢ່າງຫ້າວຫັນກັບບັນດາສະຖາບັນການຝຶກອົບຮົມ ເພື່ອເສີມສ້າງຄວາມສະເໝີພາບ ເເລະ ປະສິດທິພາບໃຫ້ເເກ່ການສຶກສາທາງດ້ານກົດໝາຍໃຫ້ເເກ່ ຜູ້ຝຶກອົບຮົມທີ່ຕ້ອງການຈະເປັນຜູ້ພິພາກສາ, ໄອຍະການ, ເເລະ ທະນາຍຄວາມ. ໂຄງການ JuSTICE ເເນ່ໃສ່ເພື່ອຮັບປະກັນໃຫ້ບັນດານັກກົດໝາຍມີຄວາມຮູ້ຄວາມສາມາດຮອບດ້ານ ທັງທາງດ້ານຄວາມຮູ້ທາງດ້ານກົດໝາຍ, ຫຼັກການຄົ້ນຄິດພິຈາລະນາ ເເລະ ທັກສະທີ່ສາມາດນໍາໃຊ້ໃນຕົວຈິງ ໂດຍຜ່ານການຈັດຕັ້ງປະຕິບັດໂຄງການໃນການປັບປຸງຫຼັກສູດໃຫ້ທັນສະໄໝ, ສາມາດປະຕິບັດໄດ້ຕົວຈິງ ເເລະ ເໝາະສົມກັບບໍລິບົດສະເພາະໃນການຝຶກອົບຮົມ.

ການສ້ງເສີມວຽກງານຄວາມຍຸຕິທໍາທາງດ້ານສິ່ງເເວດລ້ອມ

ໂດຍຜ່ານການເຮັດວຽກຢ່າງໃກ້ຊິດກັບບັນດາສະຖາບັນ ເເລະ ອົງການຂະເເໜງຍຸຕິທໍາ ເເລະ ກະຊວງຊັບພະຍາກອນທໍາມະຊາດ ເເລະ ສິ່ງເເວດລ້ອມ, ໂຄງການ JuSTICE ກໍສຸມໃສ່ການສ້າງຄວາມອາດສາມາດ ເເລະ ການສ້າງຄວາມຮັບຮູ້ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານທາງດ້ານກົດໝາຍສິ່ງເເວດລ້ອມໃນ ສປປ ລາວ. ວຽກການຈັດຕັ້ງປະຕິບັດຂອງໂຄງການ JuSTICE ນັ້ນ ຍັງໄດ້ປິ່ນອ້ອມເອົາການສ້າງຄວາມເຂັ້ມເເຂງໃຫ້ເເກ່ອົງການຈັດຕັ້ງທັງໃນຂັ້ນສຸນກາງ ເເລະ ຂັ້ນທ້ອງຖິ່ນ ພ້ອມທັງກັບບັນດາຊຸມຊຸມ ໃຫ້ຮັບຮູ້ເຂົ້າໃຈ, ປັບເຂົ້າ, ນໍາໃຊ້ ເເລະ ຈັດຕັ້ງປະຕິບັດກົເໝາຍທາງດ້ານສິ່ງເເວດລ້ອມໃນບໍລິບົດຂອງປະເທດລາວ ອີກດ້ວຍ. ຍິ່ງໄປກວ່ານັ້ນໂຄງການກໍໄດ້ເຮັດວຽກກ່ຽວກັບການເຜີຍເເຜ່ໂຄສະນາກ່ຽວກັບວຽກງານດັ່ງກ່າວໃຫ້ເເກ່ບັນກາອົງການຈັດຕັເງທາງສັງຄົມ, ໜ່ວຍງານ/ຫ້ອງການບໍລິຫານ, ເເລະ ພາກສ່ວນເອກະຊົນ ລວມທັງການເຮັດບົດຄົ້ນຄວ້າຕໍ່ກັບຫົວຂໍ້ດັ່ງກ່າວ ເພື່ອເເນໃສ່ການປະກອບສ່ວນເພື່ອສ້າງຄວາມຮັບຮູ້ ເເລະ ການຮ່ວມມືໃນການຈັດຕັ້ງວຽກງານເເກ້ໄຂບັນຫາສິ່ງເເວດລ້ອມທີ່ກວ້າງຂວາງຂື້ນ.