ໃນວັນທີ 4 ກໍລະກົດ 2024, ໂຄງການ ບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (ໂຄງການ JuSTICE) ໄດ້ຈັດການຝຶກອົບຮົມກ່ຽວກັບທັກສະການຂຽນໜັງສືສະເໜີ ແລະ ງົບປະມານຂອງກິດຈະກຳທີ່ເພື່ອກະກຽມຄວາມພ້ອມໃຫ້ແກ່ຈຸດປະສານງານຂອງໂຄງການຜູ້ຮັບຜິດຊອບໃນການຮ່າງໜັງສືສະເໜີ ໂດຍພາຍໃນການຝຶກອົບຮົມດັ່ງກ່າວແມ່ນໄດ້ຮັບກຽດການເປັນປະທານໂດຍ ທ່ານ ຄຳພອນ ສີປະເສີດ ຫົວໜ້າຄຸ້ມຄອງຄອງໂຄງການ ເຊິ່ງການຝຶກອົບຮົມດັ່ງກ່າວແມ່ນໄດ້ຈັດຂຶ້ນທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ເຂົ້າຮ່ວມການຝຶກອົບຮົມໂດຍທ່ານ ຄອນສະຫວັນ ໄຊມຸງຄຸນ ພະນັກງານຄຸ້ມຄອງໂຄງການຂອງອົງການຝຣັ່ງເພື່ອການພັດທະນາ (AFD) ພ້ອມດ້ວຍ ທ່ານ ດຣ ເປີຣີນ ຊີມົງ (Dr. Perrine Simon) ຜູ້ຊ່ວຍວິຊາການຕ່າງປະເທດປະຈຳໂຄງການ ຢູ່ ສປປ ລາວ ແລະ ຕົວແທນຈາກກະຊວງຍຸຕິທຳ, ສະຖາບັນຍຸຕິທຳແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະພາທະນາຍຄວາມລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລວມຜູ້ເຂົ້າຮ່ວມທັງໝົດ 43 ທ່ານ ຍິງ 24 ທ່ານ.

ການຝຶກອົບຮົມແມ່ນອອກແບບມາເພື່ອຍົກລະດັບທັກສະຜູ້ເຂົ້າຮ່ວມໃນການຮ່າງໜັງສືສະເໜີທີ່ມີໂຄງສ້າງທີ່ດີສຳລັບກິດຈະກຳທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ແຜນການເງິນທີ່ມີປະສິດທິພາບເພື່ອໃຫ້ຕອບສະໜອງຕໍ່ກັບເປົ້າໝາຍທີ່ທາງໂຄງການວາງໄວ້ ຄຽງຄູ່ໄປກັບການປະຕິບັດກົດລະບຽບທີ່ວາງອອກກໍຄືລະບຽບທາງການເງິນຂອງອົງການຝຣັ່ງເພື່ອການພັດທະນາ (AFD) ໂດຍຫົວຂໍ້ໃນການຝຶກອົບຮົມຄັ້ງນີ້ໄດ້ເນັ້ນໜັກເຖິງ ສະພາບການໂດຍລວມຂອງໂຄງການ, ວິທີການປະສານງານ, ຫລັກການຮຽນຮູ້ຂອງຜູ້ໃຫຍ່ ແລະ ແນວທາງການປະຕິບັດທີ່ມີແບບແຜນວ່າດ້ວຍການຮ່າງໜັງສືສະເໜີ ເຊິ່ງເນັ້ນພິເສດທີ່ການວາງແຜນທາງການເງິນ ແລະ ການລາຍງານການກິດຈະກຳ. ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ມີສ່ວນຮ່ວມໃນການປຶກສາຫາລືເປັນກຸ່ມເພື່ອຮັບມືກັບຄວາມທ້າທາຍທີ່ພົບລະຫວ່າງການດຳເນີນໂຄງການ ຕະຫລອດໄປຈົນຮອດການລະດົມແນວຄວາມຄິດເພື່ອຫາວິທີແກ້ໄຂທີ່ເປັນໄປໄດ້ເພື່ອຜົນໄດ້ຮັບທີ່ດີຂຶ້ນ.

ຕະຫລອດໄລຍະການຝຶກອົບຮົມ 2 ມື້ ແມ່ນໄດ້ຮັບການສະໜັບສະໜຸນໂດຍ ໂຄງການ ບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (ໂຄງການ JuSTICE) ດ້ວຍເປົ້າໝາຍເພື່ອສົ່ງເສີມການປຶກສາຫາລືຮ່ວມກັນກັບບັນດາຄູ່ຮ່ວມງານຢ່າງໃກ້ຊິດ ແລະ ການສ້າງສັກກະຍະພາບໃນການເຮັດໜັງສືສະເໜີ ລວມທັງແຜນງົບປະມານ ເພື່ອຮັບປະກັນວ່າຜູ້ປະສານງານໄດ້ມີການກະກຽມຄວາມພ້ອມໃນການສະໜັບສະໜຸນກິດຈະກຳຂອງພາກສ່ວນທີ່ກ່ຽວຂ້ອງຢ່າງມີປະສິດທິະພາບ ແລະ ປະສິດທິຜົນ.

Photo: Saiyphimphone Sirivongxay

Comments are disabled.