ເເຫຼ່ງຂໍ້ມູນ
ຄັງເອກະສານ (ຈະອັບໂຫຼດລົງຕື່ມໄວໆນີ້)
ອົງການ AFD ໄດ້ຮວມເອົາວຽກງານກ່ຽວກັບຂະເເໜງຍຸຕິທໍາເຂົ້າເປັນໜຶ່ງໃນວຽກງານບັນຫາສໍາຄັນ ໃນປິ 2016 ພ້ອມກັບຈຸດປະສົງເພື່ອສົ່ງເສີມວຽກງານການເຂົ້າເຖິງຄວາມຍຸຕິທໍາ ເເລະ ສິດທິເເກ່ທຸກຄົນ ຄຽງຄູ່ໄປກັບການພັດທະນາສະພາບເເວດລ້ອມຂອງກົດໝາຍທີ່ສະຖຽນລະພາບເພື່ອສິນຄ້າ ເເລະ ປະຊາຊົນ. ໂຄງການ JuSTICE ເເມ່ນໄດ້ສ້າງຕັ້ງຂື້ນພາຍໃຕ້ການລິເລີ່ມຂອງອົງການ AFD.
ກຸ່ມວຽກຂະເເໜງຍຸຕິທໍາຂອງອົງການ AFDເຫັນໄດ້ເຖິງຄວາມຮີບດ່ວນໃນການເເກ້ໄຂບັນຫາທາງດ້ານສິ່ງເເວດລ້ອມ ເເລະ ການປ່ຽນເເປງທາງດ້ານດິນຟ້າອາກາດ ຈຶ່ງໄດ້ຫັນການສະໜັບສະໜຸນສຸມໃສ່ການສ້າງຄວາມເຂັ້ມເເຂງໃຫ້ເເກ່ບັນດາປະເທດຄູ່ຮ່ວມພັດທະນາ ໃນການເຂົ້າເຖິງຄວາມຍຸຕິທໍາທາງດ້ານສິ່ງເເວດ ເເລະ ການປ່ຽນເເປງທາງດ້ານດິນຟ້າອາກາດ. ອົງປະກອບວຽກຄວາມຍູຕິທໍາທາງດ້ານສິ່ງເເວດລ້ອມ ໄດ້ຖືກເພີ່ມເຂົ້າໃນຂອບວຽກຂອງໂຄງການ JuSTICE ໃນປີ 2022.
ສໍາລັບການຮຽນຮູ້ເພີ່ມຕື່ມກ່ຽວກັບ ໂຄງການຂອງອົງການ AFD ໃນພາກພື້ນ ອາຊີອາຄະເນ ລວມທັງໂຄງການ JuSTICE ໃນ ສປປ ລາວ.
ວິດີໂອ (ຈະອັບໂຫຼດລົງຕື່ມໄວໆນີ້)
\