ຄູ່ຮ່ວມງານຂອງພວກເຮົາ
ໂຄງການ ບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (JuSTICE) ເເມ່ນໂຄງການຮ່ວມມືລິເລີ່ມເພື່ອການສ້າງຄວາມເຂັ້ມເເຂງໃຫ້ກັບການສ້າງລັດເເຫ່ງກົດໝາຍໃນ ສປປ ລາວ. ໂຄງການດັ່ງກ່າວເເມ່ນໄດ້ຮັບທຶນການຊ່ວຍເຫຼືອຈາກອົງການຝຣັ່ງ ເພື່ອການພັດທະນາ (AFD) ເເລະ ນໍາພາໃນການຈັດຕັ້ງປະຕິບັດໂດຍ ກະຊວງຍຸຕິທໍາ.
ໂຄງການ ໄດ້ຮ່ວມກັບຫຼາຍໆພາກສ່ວນ ທີ່ເປັນສະຖາບັນ ເເລະ ອົງການທີ່ສໍາຄັນໃນຂະເເໜງຍຸຕິທໍາຂອງ ສປປ ລາວ ເຊິ່ງລວມມີດັ່ງນີ້:
- ກະຊວງຍຸຕິທໍາ ເເລະ ບາງກົມທີ່ສໍາຄັນຂອງກະຊວງ ເຊັ່ນ: ກົມຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ກົມກົດໝາຍ, ກົມຮ່ວມມືສາກົນ, ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ, ເເລະ ກົມໂຄສະນາເຜີຍເເຜ່ກົດໝາຍ.
- ອົງການໄອຍະການປະຊາຊົນສູງສຸດ ເເລະ ສະຖາບັນຄົ້ນຄວ້າ ເເລະ ຝິກອົບຮົມ
- ສານປະຊາຊົນສູງສຸດ ເເລະ ສະຖາບັນຄົ້ນຄວ້າ ເເລະ ຝິກອົບຮົມ
- ສະພາທະນາຍຄວາມລາວ
- ສະຖາບັນຍຸຕິທໍາເເຫ່ງຊາດ
- ກະຊວງຊັບພະຍາກອນທໍາມະຊາດ ເເລະ ສິ່ງເເວດລ້ອມ
ໂຄງຮ່າງການຈັດຕັ້ງໂຄງການມີດັ່ງນີ້:
- ຄະນະຊີ້ນໍາໂຄງການ: ມີພັນທະໃນການຊີ້ນໍາ ເເລະ ອະນຸມັດທິດທາງຍຸດທະສາດການຈັດຕັ້ງປະຕິບັດໂຄງການ ເເລະ ແຜນກິດຈະກໍາປະຈໍາປີ.
- ຄະນະຜູ້ປະສານງານໂຄງການ: ເຊິ່ງເປັນກົງຈັກເພື່ອຮັບປະກັນການປະສານງານ ເເລະ ການເຊື່ອມສານຄວາມສອດຄ່ອງໃນການຈັດຕັ້ງປະຕິບັດກິດຈະກໍາລະຫວ່າງຄູ່ຮ່ວມງານໂຄງການດ້ວຍກັນ.
- ຜູ້ປະສານງານໂຄງການປະຈໍາເເຕ່ລ່ະສະຖາບັນ: ຜູ້ຮັບຜິດຊອບໃນການປະສານງານເພື່ອການຈັດຕັ້ງປະຕິບັດກິດຈະກໍາຕາມທີ່ກໍານົດໄວ້ຂອງເເຕ່ລ່ະໂຄງການ.
- ຄະນະຄຸ້ມຄອງໂຄງການ: ຮັບຜິດຊອບໃນການປະສານງານ, ຄຸ້ມຄອງ ເເລະ ຈັດຕັ້ງປະຕິບັດໂຄງການໂດຍລວມ.
ໂຄງສ້າງການຈັດຕັ້ງຂອງຄູ່ຮ່ວມງານນີ້ຈຸດປະສົງເເມ່ນເພື່ອການໝູນໃຊ້ຊັບພະຍາກອນທັງໃນດ້ານງົບປະມານ ເເລະ ຄວາມຮູ້ວິຊາການໄດ້ຢ່າງມີປະສິດທິພາບ ເພື່ອໃຫ້ສາມາດບັນລຸຜົນຕາມເປົ້າໝາຍຂອງໂຄງການທີ່ໄດ້ວາງໄວ້ ນັ້ນກໍຄືການສົ່ງເສີມການສ້າງລັດເເຫ່ງກົດໝາຍ ເເລະ ຄວາມອາດສາມາດຂອງຂະເເໜງຍຸຕິທໍາໃນ ສປປ ລາວ.

ບໍລີສັດທີ່ປຶກສາສາກົນ DMI Associatesເເມ່ນບໍລິສັດທີ່ໃຫ້ຄໍາປຶກສາສາກົນ ເຊິ່ງມີຫ້ອງການປະຈໍາຢູ່ປະເທດ ຝຣັ່ງ ໂດຍມີຄວາມຊ່ຽວຊານສະເພາະໃນການປັບປຸງວຽກງານ ເເລະ ສະຖາບັນທາງດ້ານກົດໝາຍ. ບໍລິສັດດັ່ງກ່າວເເມ່ນໄດ້ມີສ່ວນຮ່ວມໃນການສະໜັບສະໜຸນກະຊວງຍຸຕິທໍາຂອງ ສປປ ລາວ ໃນການໃຫ້ຄໍາປຶກສາໃນວຽກງານການຄູ້ມຄອງ ເເລະ ຈັດຕັ້ງປະຕິບັດໂຄງການ JuSTICE. ເຊິ່ງໜຶ່ງບົດບາດຂອງ ບໍລີສັດ DMI ກໍຍັງໄດ້ມີສ່ວນຮ່ວມໃນການຈ້າງຊ່ຽວຊານຕ່າງປະເທດ (ITA) ໃນບົດບາດຂອງຫົວໜ້າທີມງານໂຄງການ ເພື່ອມາຊ່ວຍໃນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆທີ່ສໍາຄັນຕໍ່ໂຄງການ ເພື່ອການສ້າງຄວາມເຂັ້ມເເຂງໃຫ້ເເກ່ການຝຶກອົບຮົມວຽກງານຕູລາການ, ຄວາມອາດສາມາດຂອງສະຖາບັນ ເເລະ ການໃຫ້ການບໍລິການທາງດ້ານກົດໝາຍໃນ ສປປ ລາວ.

















