ການສ້າງຄວາມເຂັ້ມເເຂງວິທີການຝຶກອົບຮົມທາງດ້ານກົດໝາຍ
ການສ້າງຄວາມເຂັ້ມເເຂງທາງດ້ານການຝຶກອົບຮົມທາງດ້ານກົດໝາຍໃນລາວ
ໂຄງການ JuSTICE ເເມ່ນໂຄງການພັດທະນາວຽກງານວິທີການຝຶກອົບຮົມເເກ່ນັກກົດໝາຍ ເພື່ອຮັບປະກັນລະບົບຄວາມຍຸຕິທໍາທີ່ມີປະສິດທິພາບ ເເລະ ທ່ຽງທໍາຫຼາຍຂື້ນ. ໂດຍຜ່ານອົງປະກອບກິດຈະກໍາດັ່ງກ່າວ, ໂຄງການພວກເຮົາໃຫ້ການສະໜັບສະໜຸນເເກ່ບັນດາຜູ້ພິພາກສາ, ໄອຍະການ ເເລະ ນັກກົດໝາຍ ມີຄວາມສາມາດໃນການໃຫ້ຄໍາເຫັນທາງດ້ານກົດໝາຍໄດ້ຢ່າງມີປະສິດທິພາບ ເເລະ ສາມາດນໍາໃຊ້ກົດໝາຍໄດ້ຢ່າງມີປະສິດທິພາບ ເເລະ ສອດຄ່ອງກັບສະພາບຄວາມເປັນຈິງ. ເຊິ່ງໂຄງການພວກເຮົາໄດ້ເຮັດວຽກກັບບັນດາອົງການຈັດຕັ້ງຕ່າງໆທີ່ສໍາຄັນຢ່າງເຊັ່ນ: ສະຖາບັນຍຸຕິທໍາເເຫ່ງຊາດ, ສະພາທະນາຍຄວາມ ເເລະ ສະຖານບັນຄົ້ນຄວ້າ ເເລະ ຝຶກອົບຮົມຂອງ ສານປະຊາຊົນສູງສຸດ ເເລະ ອົງການໄອຍະການປະຊາຊົນສູງສຸດ ໂດຍຜ່ານການໃຫ້ການຊ່ວຍເຫຼືອທາງດ້ານການພັດທະນາທາງດ້ານຫຼັກສູດ, ວິທີການສິດສອນທີ່ທັນສະໄໝ, ເເລະ ການຝຶກອົບຮົມວິຊາສະເພາະທາງດ້ານກົດໝາຍເເກ່ນັກສືກສາທາງດ້ານກົດໝາຍ. ຜ່ານການປັບປຸງວິທີການທາງດ້ານກົດໝາຍ ເເລະ ຮັບປະກັນການນໍາໃຊ້ກົດໝາຍ, ໂຄງການດັ່ງກ່າວນີ້ເເມ່ນເພື່ອຊ່ວຍໃນການສ້າງລະບົບຄວາມຍຸຕິທໍາທີ່ສາມາດເພິ່ງພາໄດ້, ໂປ່ງໃສ ເເລະ ຕອບສະໜອງຕາມຄວາມຕ້ອງການຂອງສັງຄົມໄດ້.

ເລີ່ມຕົ້ນການສະໜັບສະໜຸນສະຖາບັນຍຸຕິທຳແຫ່ງຊາດໃນການຈັດຕັ້ງຜັນຂະຫຍາຍ ແລະ ປັບປຸງຫລັກສູດຍຸຕິທຳ 1 ປີ
