ໂຄງການ JuSTICE ໄດ້ເລີ່ມການຈັດຕັ້ງປະຕິບັດການຮ່ວມມືໄລຍະ 2 ກັບ ຊ່ຽວຊານຈາກອົງການ ສະຫະພັນເຈົ້າໜ້າທີ່ຕຸລາການສາກົນ (UIHJ) ເພື່ອຊ່ວຍວຽກງານການສ້າງຄວາມເຂັ້ມເເຂງໃຫ້ກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃນ ສປປ ລາວ. ຈາກຜົນສໍາເລັດໃນການຈັດຕັ້ງປະຕິບັດກິດຈະກໍາໃນໄລຍະທໍາອິດ ເຮັດໃຫ້ໄລບະທີສອງ ຫັນມາສຸມໃສ່ການສ້າງຄວາມສາມາດໃຫ້ກັບພະນັກງານປະຕິບັດຄໍາຕັດສິນຂອງສານ ຜ່ານການພັດທະເຄື່ອງມືເອກະສານການຝຶກອົບຮົມ, ສະໜອງພື້ນຖານໃນການສ້າງຄວາມເຂັ້ມເເຂງໃຫ້ກັບລະບົບການຄຸ້ມຄອງຄະດີ ໃນການປະຕິບັດຕາມຄໍາຕັດສິນຂອງສານ.

Presentation by UIHJ’s Experts | ©JuSITCE Project

ໃນວັນທີ 17 ຫາ 26 ມີນາ 2025, ທ່ານ Jos Uitdehaag ເເລະ ທ່ານ ນາງ Zlatislava Mihailoff, ຊ່ຽວຊານຕ່າງປະເທດ ຈາກອົງການ ສະຫະພັນເຈົ້າໜ້າທີ່ຕຸລາການສາກົນ (UIHJ) ໄດ້ດໍາເນີນພາລະກິດທໍາອິດຂອງພວກເຮົາ ເພື່ອເຮັດວຽກໃນການຈັດຕັ້ງປະຕິບັດກິດຈະກໍາໄລຍະສອງ. ຕະຫຼອດໄລຍະການເຮັດວຽກຂອງຊ່ຽວຊານໃນຄັ້ງນີ້ ເເມ່ນໄດ້ມີການພົບປະກັບພາກສ່ວນທີ່ກ່ຽວຂ້ອງຫຼາຍໆພາກສ່ວນເຊັ່ນ: ກົມການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ສະຖາບັນຍຸຕິທໍາເເຫ່ງຊາດ, ພະນັກງານກອງປະຕິບັດຄໍາຕັດສິນຂອງສານ, ເເລະ ບັນດາຜູ້ຕາງໜ້າຈາກອົງການຕຸລາການ.

ພາລະກິດຂອງຊ່ຽວຊານຄັ້ງນີ້ໄດ້ສຸມໃສ່ການຮວບຮວມຂໍ້ມູນ ເພື່ອການປະເມີນຄວາມຕ້ອງການໃນການຝຶກອົບຮົມ (TNA) ເເລະ ເພື່ອເປັນຂໍ້ມູນພື້ນຖານໃນການເຮັດການສືກສາ ກ່ຽວກັບການສ້າງລະບົບການຄຸ້ມຄອງຄະດີໃນອະນາຄົດ. ການປຶກສາຫາລືກັບພາກສ່ວນຕ່າງໆໄດ້ມີການສ້າງຄວາມເຂົ້າໃຈເຖິງສະພາບໂດຍລວມຂອງລະດັບຄວາມອາດສາມາດ, ສິ່ງທ້າທາຍ ເເລະ ຄວາມຄາດຫວັງຂອງພະນັກງານປະຕິບັດຄໍາຕັດສິນຂອງສານໃນປັດຈຸບັນ ຄຽງຄູ່ໄປກັບການຊ່ວຍກົມຈັດຕັ້ງປະຕິບັດຄໍາຕັດສິນຂອງສານໃນການປັບປຸງຄູ່ມືວຽກງານດັ່ງກ່າວ. ການພົບປະ ເເລະ ປຶກສາຫາລືກັບບັນດາພະນັກງານປະຕິບັດໃນເເຕ່ລະກອງປະຕິບັດຄັ້ງນີ້ ເຮັດໃຫ້ຊ່ຽວຊານສາມາດເຂົ້າໃຈ ເເລະ ສ້າງແຜນຈາກການປະຕິບັດງານທີ່ມີຢູ່ເເລ້ວໃຫ້ມີປະສິດທິພາບ ເເລະ ກໍານົດຂົງເຂດການສ້າງຄວາມອາດສາມາດ ເເລະ ການປັບປູງທາງດ້ານເຕັກໂນໂລຊີ.

ພາຍຫຼັງການສໍາເລັດພາລະກິດທໍາອິດຄັ້ງນີ້ ຊ່ຽວຊານທັງສອງຈະກະກຽມເຮັດບົດລາຍງານກ່ຽວກັບການປະເມີນຄວາມຕ້ອງການການຝືກອົບຮົມ ເພື່ອເປັນເເນວທາງໃນການອອກເເບບການຈັດຝືກອົບຮົມຄູຝຶກ (TOT) ທີ່ເເນໃສ່ຈະຈັດຂື້ນໃນເດືອນພຶດສະພາທີ່ຈະມາເຖິງນີ້ ເເລະ ການພັດທະນາຫຼັກສູດເສີມສ້າງການຝຶກອົບຮົມການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ ສະຖາບັນຍູຕິທໍາເເຫ່ງຊາດ. ວຽກງານດັ່ງກ່າວຈະໄດ້ຖືກສືບຕໍ່ນໍາໃຊ້ເຂົ້າໃນການກະກຽມຄໍາເເນະນໍາເພື່ອການປັບປຸງການຄຸ້ມຄອງຄະດີໃນອະນາຄົດ.

ໂຄງການ JuSTICE ມີຄວາມຕັ້ງໃຈຢ່າງສູງທີ່ຈະດໍາເນີນການຮ່ວມມືເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ ໃນອີກຫຼາຍເດືອນທີ່ຈະມາເຖິງນີ້ ເພື່ອສ້າງການຈັດຕັ້ງການປະຕິບັດ ເເລະ ສົ່ງເສີມວຽກງານການເຂົ່າເຖິງຄວາມຍຸຕິທໍາ ໃນ ສປປ ລາວ.

Discussion session | ©JuSTICE Project

Comments are disabled.