ການສ້າງຄວາມເຂັ້ມເເຂງດ້ານສະຖາບັນເເກ່ອົງການຈັດຕັ້ງຂະເເໜງຍຸຕິທໍາ
ການສ້າງຄວາມເຂັ້ມເເຂງໃຫ້ເເກ່ສະຖາບັນທາງດ້ານຍຸຕິທໍາໃນ ສປປ ລາວ
ໂຄງການ JuSITICE ເເມ່ນເຮັດວຽກກ່ຽວກັບການສ້າງລະບົບກົດໝາຍທີ່ມີປະສິດທີພາບ ເເລະ ສາມາດເຂົ້າຮອດເຂົ້າເຖິງຫຼາຍຂື້ນ. ໂດຍຜ່ານອົງປະກອບກິດຈະກໍາໂຄງການວ່າດ້ວຍການສ້າງຄວາມເຂັ້ມເເຂງໃຫ້ເເກ່ທາງດ້ານສະຖາບັນ ໂຄງການພວກເຮົາຊ່ວຍໃຫ້ບັນດາອົງການທີ່ສໍາຄັນຕ່າງໆເຊັ່ນ: ກະຊວງຍຸຕິທໍາ, ສານປະຊາຊົນສູງສູດ, ອົງການໄອຍະການປະຊາຊົນ ໃນການປັບປຸງການໃຫ້ບໍລິການທາງດ້ານກົດໝາຍເເກ່ພວກເຂົາ. ນີ້ລວມທັງ ການສ້າງຄວາມເຂັ້ມເເຂງໃຫ້ກັບການບັງຄັບນໍາໃຊ້ກົດໝາຍ, ການສ້າງຄວາມທັນສະໄໝໃຫ້ໍເເກ່ການຄູ້ມຄອງຄະດີ, ເເລະ ການສົ່ງເສີມການຝຶກອົບຮົມທາງດ້ານກົດໝາຍ ເພື່ອຮັບປະກັນວ່າ ບັນດານັກກົດໝາຍມີທັກສະ ເເລະ ເຄື່ອງມືເອກະສານຕາມທີ່ພວກເຂົາຕ້ອງການ. ໂຄງການລິເລີ່ມດັ່ງກ່າວນີ້ ເເມ່ນເພື່ອສົ່ງເສີມລະບົບຄວາມຍຸຕິທໍາທີ່ເທົ່າທຽມ, ໂປ່ງໃສ ເເລະ ຕອບສະໜອງຕາມຄວາມຕ້ອງການຂອງປະຊາຊົນລາວ ໂດຍຜ່ານການຊ່ວຍເຫຼືອໃນການປັບປຸງ ການເຮັດວຽກປະສານງານຂອງບັນດາອົງການທົ່ວຂະເເໜງຍຸຕິທໍາ.
