ການສ້າງຄວາມເຂັ້ມເເຂງວຽກງານການຄຸ້ມຄອງ ເເລະ ປະສານງານ
ການຮັບປະກັນປະສິດທິພາບວຽກງານການຄຸ້ມຄອງ ເເລະ ປະສານງານໂຄງການ
ໂຄງການ JuSTICE ເເມ່ນນໍາພາໂດຍກະຊວງຍຸຕິທໍາ ພາຍໃຕ້ການຄຸ້ມຄອງໂດຍຄະນະຄຸ້ມຄອງໂຄງການ (PMU) ເພຶ່ອຮັບປະກັນຄວາມເປັນເຈົ້າການ ເເລະ ຊີ້ນໍານໍາພາວຽກງານຂະເເໜງຍຸຕິທໍາ. ວຽກງານການຄຸ້ມຄອງ ເເລະ ປະສານງານໂຄງການເເມ່ນຮັບປະກັນການຈັດຕັ້ງປະຕິບັດໂດຍ ຄະນະຄຸ້ມຄອງໂຄງການ ເເລະ ມີບັນດາທີ່ປຶກສາທາງດ້ານວິຊາການຊ່ວຍໃນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ໃນເເຕ່ລະວັນ ພ້ອມທັງຊ່ວຍໃນການປະສານງານກັບຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ ລວມທັງ ສານປະຊາຊົນສູງສຸດ, ອົງການໄອຍະການ ເເລະ ສະພາທະນາຍຄວາມ. ໂຄງການໄດ້ຮັບການຊີ້ນໍານໍາພາໂດຍຄະນະຊີ້ນໍາໂຄງການ ເຊິ່ງເຮັດໜ້າທີ່ໃນການໃຫ້ທິດຊີ້ນໍາ ເເລະ ທັງມີ ຄະນະປະສານງານທາງດ້ານວິຊາການ ໃນການຮັບປະກັນຄຸນະພາບໃນການວາງເເຜນການ ເເລະ ການຮ່ວມມືໃນການຈັດຕັ້ງປະຕິບັດໂຄງການ. ຕໍ່ກັບການຈັດສັນລະບົບການຄຸ້ມຄອງພາຍໃນໂຄງການ, ການເຮັດການຕັດສິນໃຈ ເເລະ ການສື່ສານປະສານງານເຊິ່ງກັນ ເເລະ ກັນ, ໂຄງການພວກເຮົາເອົາໃຈໃສ່ເພື່ອຮັບປະກັນການປັບປຸງຂະເເໜງຍຸຕິທໍາ ເເມ່ນມີຄວາມເປັນເຈົ້າການໂດຍຊຸມຊົນທ້ອງຖິ່ນ, ມີໂຄງຮ່າງການຈັດຕັ້ງທີ່ຊັດເຈນ ເເລະ ສອດຄ່ອງກັບບູລິມະສິດເເຫ່ງຊາດ.

ກອງປະຊຸມຄະນະຊີ້ນຳໂຄງການ ບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (ໂຄງການ JuSTICE)

ການຝຶກອົບຮົມຂັ້ນຕອນການດຳເນີນການຂອງໂຄງການ JuSTICE
