ກົມຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ກະຊວງຍຸຕິທໍາ ຮ່ວມກັບ ຊ່ຽວຊານຈາກອົງການ ສະຫະພັນເຈົ້າໜ້າທີ່ຕຸລາການສາກົນ(UIHJ) ພາຍໃຕ້ການສະໜັບສະໜຸນໂດຍ ໂຄງການການໃຫ້ບໍລີການທາງດ້ານກົດໝາຍ ແລະ ເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມ ແລະ ສະຖາບັນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (ໂຄງການJuSTICE) ໄດ້ສໍາເລັດການຈັດຝຶກອົບຮົມ ຊຸດທີ່ໜຶ່ງ ໃນການສ້າງຄູຝຶກ ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃນລະຫວ່າງວັນທີ 5-7 ພຶດສະພາ 2025 ທີ່ຜ່ານມາ. ຊຸດຝຶກອົບຮົມຄັ້ງນີ້ໄດ້ຈັດຂື້ນທີ່ ສະຖາບັນຍຸຕິທໍາເເຫ່ງຊາດ ນະຄອນຫຼວງວຽງຈັນ.

ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 26 ທ່ານ ໂດຍມີຕາງໜ້າມາຈາກ ກົມຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ກອງປະຕິບັດຄໍາຕັດສິນຂອງສານ ນະຄອນຫຼວງວຽງຈັນ, ແຂວງຈຳປາສັກ, ແຂວງສະຫວັນນະເຂດ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ຜູ້ຕາງໜ້າຈາກສະຖາບັນຍຸຕິທໍາເເຫ່ງຊາດ. ບັນດາຜູ້ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ ເເມ່ນຈະໄດ້ກາຍເປັນຄູຝຶກຫຼັກໃນການຝຶກອົບຮົມກ່ຽວການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໃຫ້ແກ່ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານນັບເເຕ່ຂັ້ນສູນກາງຈົນເຖິງຂັ້ນທ້ອງຖິ່ນ.
ຊຸດຝຶກອົບຮົມຄູຝຶກຄັ້ງນີ້ ໄດ້ດໍາເນີນການຝຶກ ເເລະ ຖ່າຍທອດຄວາມຮູ້ ໂດຍທ່ານ Jos Uitdehaag ເເລະ ທ່ານ ນາງ Zlatislava Mihailoff ເຊີ່ງເປັນຊ່ຽວຊານຕ່າງປະເທດ ຈາກອົງການ UIHJ. ຊ່ຽວຊານໄດ້ມີການນໍາສະເໜີບົດຮຽນ ເເລະ ຖ່າຍທອດຄວາມຮູ້ ກ່ຽວກັບເເນວທາງ, ວິທີການ ເເລະ ເຕັກນິກ ທີ່ທັນສະໄໝ ເເລະ ມີປະສິດທິພາບສໍາລັບການຮຽນ-ການສອນຂອງຜູ້ໃຫຍ່.

ຊຸດຝຶກອົບຮົມນີ້ແມ່ນສອດຄ່ອງກັບຈຸດສຸມເປົ້າໝາຍຂອງການຈັດຕັ້ງປະຕິບັດກິດຈະກໍາໂຄງການໃນປິ 2025, ໂດຍສະເພາະພາຍໃຕ້ອົງປະກອບທີ 1, ຜົນໄດ້ຮັບທີ 1, ເຊິ່ງເເມ່ນເພື່ອການດໍາເນີນການນໍາໃຊ້ຄູ່ມືໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານເເລະ ສ້າງຄວາມເຂັ້ມເເຂງໃຫ້ ແກ່ບຸກຄະລາກອນທີ່ຮັບຜິດຊອບວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານແຕ່ລະຂັ້ນ. ຊຸດຝຶກອົບຮົມຄູຝຶກດັ່ງກ່າວນີ້ ໄດ້ເນັ້ນໃສ່ການພັດທະນາຂອບວຽກ ເເລະ ຫຼັກສູດການຝຶກອົບຮົມທີ່ມີປະສິດທິພາບ ເເລະ ຍືນຍົງ; ເຊິ່ງເປົ້າໝາຍຫຼັກຂອງການຝຶກອົບຮົມເເມ່ນໄດ້ລວມເອົາການສ້າງຄວາມສາມາດໃນການຈັດຕັ້ງປະຕິບັດໃນຕົວຈິງ ໂດຍຜ່ານການຝຶກອົບຮົມ ເເລະ ເເລກປ່ຽນບົດຮຽນໃນຫົວຂໍ້ຕ່າງໆ ກ່ຽວກັບ ວິທີການສອນຜູ້ໃຫຍ່, ທັກສະການອໍານວຍຄວາມສະດວກ ເເລະ ການຈັດຝຶກອົບຮົມ, ການພັດທະນາຫຼັກສູດ ເເລະ ການກະກຽມ ເອກະສານສໍາລັບການຝືກອົບຮົມທີ່ມີປະສິດທິພາບ ເປັນຕົ້ນ.
ການຝຶກອົບຮົມເຕັມຫຼັກສູດ ເເມ່ນຈະດໍາເນີນໄປທັງໝົດເປັນເວລາທັງ 9 ວັນ ເເຕ່ທັງໝົດນັ້ນຖືກເເບ່ງອອກເປັນ 3 ຊຸດ. ເຊິ່ງປັດຈຸບັນ ການຝືກອົບຮົມຊຸດທໍາອິດເເມ່ນໄດ້ສໍາເລັດເປັນທີ່ຮຽບຮ້ອຍເເລ້ວ ເເລະ ຄູຝຶກຫຼັກກຸ່ມດຽວກັນນີ້ຈະໄດ້ເຂົ້າຮ່ວມການຝຶກອົບຮົມຕື່ມອີກ 2 ຄັ້ງ ກ່ອນຈະນໍາເອົາຄວາມຮຸ້ທີ່ໄດ້ຮັບຈາກການຝຶກຮົມໄປດໍາເນີນການຝຶກອົບຮົມເເບບທົດລອງຢູ່ຂັ້ນທ້ອງຖິ່ນໃນທ້າຍປີ 2025 ນີ້.
