ໂຄງການ JuSTICE ໄດ້ເລີ່ມຕົ້ນການຮ່ວມເຮັດວຽກກັບຄູ່ຮ່ວມງານໃໝ່ນັ້ນຄື ໂຮງຮຽນທະນາຍຄວາມປາຣີ (EFB) ເພື່ອຊ່ວຍໃນການສ້າງຄວາມເຂັ້ມເເຂງໃຫ້ເເກ່ການຝຶກອົບຮົມຄູຝຶກທະນາຍຄວາມ ໃນ ສປປ ລາວ. ກິດຈະກໍາລິເລີ່ມດັ່ງກ່າວນີ້ ເເມ່ນມີຈຸດປະສົງເພື່ອສ້າງຄວາມເຂັ້ມເເຂງໃຫ້ກັບຫຼັກສູດການຮຽນການສອນ, ພັດທະນາຄຸນະພາບຄຸຝຶກ ເເລະ ສົ່ງເສີມການຈັດຝຶກອົບຮົມກ່ຽວກັບກົດໝາຍທີ່ມີປະສິດທະພາບ ເເລະ ສ້າງທັກສະພື້ນຖານໃຫ້ເເກ່ສະພາທະນາຍຄວາມລາວ.

ທ່ານ Gilles Accomando, ອໍານວຍການ EFB ເເລະ ທ່ານ ນາງ Barbara Clauss ຫົວໜ້າພະເເນກການຮ່ວມມືສາກົນ ໄດ້ດໍາເນີນພາລະກິດທໍາອິດ ເພື່ອມາເຮັດວຽກຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວຢູ່ປະເທດລາວ ນັບຕັ້ງເເຕ່ວັນທີ 17-21 ກຸມພາ 2025. ພາລະກິດຂອງຊ່ຽວຊານທັງ ສອງຄັ້ງນີ້ເເມ່ນເພື່ອເປັນການເກັບກໍາ ເເລະ ເຂົ້າໃຈສະພາບລວມກ່ຽວກັບວຽກດັ່ງກ່າວໃຍ ສປປ ລາວ ເຊິ່ງໃນການເຮັດວຽກຄັ້ງນີ້ທາງຊ່ຽວຊານ ເເລະ ໂຄງການຍັງໄດ້ພົບປະ ເເລະ ປຶກສາຫາລືກັບຄູ່ຮ່ວມງານສໍາຄັນຕ່າງໆທີ່ເຮັດວຽກໃນຂະເເໜງດຽວກັນ ລວມມີ ກົມ ເເລະ ໜ່ວຍງານທີ່ກ່ຽວຂ້ອງຂອງກະຊວງຍຸຕິທໍາ, ຄະນະນໍາຂອງສະພາທະນາຍຄວາມ, ສະຖາບັນຍຸຕິທໍາເເຫ່ງຊາດ, ບໍລິສັດກົດໝາຍເອກະຊົນ, ເເລະ ອົງການຈັດຕັ້ງສາກົນເຊັ່ນ: ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP), ເເລະ ອົງການຊ່ວຍເຫຼືອສາກົນ ຍີ່ປຸ່ນ (JICA).

ໃນພາລະກິດຄັ້ງນີ້ ເເມ່ນໄດ້ສຸມໃສ່ວຽກໃນການເຮັດການປະເມີນຂອບວຽກການຝຶກອົບຮົມຂອງສະພາທະນາຍຄວາມ, ການເເລກປ່ຽນບົດຮຽນການຈັດຕັ້ງປະຕິບັດທີ່ດີ ເເລະ ການລະບຸເຖິງຈຸດທີ່ຕ້ອງໄດ້ຮັບການປັບປຸງພັດທະນາ. ເຊິ່ງການປຶກສາຫາລືເຫຼົ່ານັ້ນຍັງໄດ້ຍົກປະເດັນໃຫ້ເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງໄດ້ມີການປັບປຸງຄືນຫຼັກສູດຝຶກອົບຮົມທະນາຍຄວາມ 45 ວັນ ພ້ອມທັງຄວາມຕ້ອງການໃນການສ້າງຄວາມເຂັ້ມເເຂງໃຫ້ເເກ່ການຝຶກອົບຮົມທາງດ້ານກົດໝາຍ, ການພັດທະນາການຝຶກອົບຮົມໃຫ້ຜູ້ທີ່ຈະກາຍເປັນທະນາຍຄວາມມີຄວາມຮູ້ຄວາມສາມາດເເບບມືອາຊີບ ເເລະ ສ້າງຄວາມສາມາດໃຫ້ເເກ່ຄູຝຶກຂອງສະພາທະນາຍຄວາມລາວ.

ພ້ອມດຽວກັນນັ້ນ, ຄະນະຊ່ຽວຊານຈາກ EFB ກໍຍັງຈະໄດ້ມີການກະກຽມບົດລາຍງານເບື້ອງຕົ້ນເພື່ອໃຫ້ໄດ້ຂໍ້ເເນະນໍາທີ່ຮັດກຸມໃນການຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວ. ເຊິ່ງລວມເອົາການວາງຈຸດປະສົງຂອງການຝຶກອົບຮົມສອດຄ່ອງກັບຄວາມຕ້ອງການໃນການຈັດຕັ້ງປະຕິບັດ, ການເຊື່ອມສານວິທີການຮຽນການສອນທີ່ກະຕຸກຊຸກຍູ້ໃຫ້ມີຄວາມເອົາໃຈໃສ່ເຊັ່ນ: ການສຶກສາຜ່ານກໍລະນີສຶກສາ ເເລະ ການຈໍາລອງການໄຕ່ສວນ, ເເລະ ການຄັດເລືອກເອົາຄຸຝຶກ ເພື່ອເຮັດການຝຶກອົບຮົມທີ່ສາມາດນໍາໃຊ້ໃນວຽກຕົວຈິງ ເເລະ ສ້າງທັກສະໃຫ້ນັກສໍາມະນາກອນ. ຈຸດສຸມຫຼັກສໍາລັບກິດຈະກໍານີ້ ເເມ່ນຍັງໄດ້ສຸມໃສ່ການສ້າງຄວາມເຂັ້ມເເຂງໃຫ້ກັບຄວາມເຊື່ອມໂຍງລະຫວ່າງຫຼັກສູດການຝຶກອົບຮົມຂອງສະພາທະນາຍຄວາມ ເເລະ ຫຼັກສູດຝຶກອົບຮົມ 1 ປີ ຂອງສະຖາບັນຍຸຕິທໍາເເຫ່ງຊາດ ເຊິ່ງເປັນສະຖາບັນສຶກສາທີ່ເປັນເງື່ອນໄຂເບື້ອງຕົ້ນໃນການສ້າງຄຸນນະສົມບັດໃຫ້ກັບນັກກົດໝາຍ ເເລະ ທະນາຍຄວາມໃນ ສປປ ລາວ.

ບາດກ້າວຕໍ່ໄປເເມ່ນຈະໄດ້ສຸມໃສ່ການເຮັດວຽກຢ່າງໃກ້ຊິດກັບຄູຝຶກຂອງສະພາທະນາຍຄວາມລາວ ເພື່ອປັບປຸງຫຼັກສູດ, ກໍານົດເກນຄວາມຮູ້ຄວາມສາມາດພື້ນຖານວິຊາຊີບກົດໝາຍ, ເເລະ ອອກເເບບກິດຈະກໍາການຝຶກອົບຮົມຄູຝຶກທີ່ຈະໄດ້ຮັບການຈັດຕັ້ງປະຕິບັດໃນປີ 2025 ນີ້.

ໂຄງການ JuSTICE ຍຶດໝັ້ນພັນທະເພື່ອສີບຕໍ່ການຮ່ວມມືຢ່າງໃກ້ຊິດກັບ EFB ເເລະ ສະພາທະນາຍຄວາມລາວ ເພື່ອສົ່ງເສີມໃນການພັດທະນາ ເເລະ ສ້າງລະບົບການຝຶກອົບຮົມທາງດ້ານກົດໝາຍໃນ ສປປ ລາວ ໃຫ້ເປັນມືອາຊີບ, ທັນສະໄໝ ເເລະ ອີງໃສ່ການຈັດຕັ້ງປະຕິບັດຕົວຈິງ.

Comments are disabled.