ໃນວັນທີ 25 ເມສາ 2025, ໂຄງການ JuSTICE ໄດ້ຈັດກອງປະຊຸມເຜີຍແຜ່ຜົນຂອງການສຶກສາ ການນໍາໃຊ້ກົດໝາຍ ແລະ ລະບຽບການ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ຢູ່ ສປປ ລາວ. ກອງປະຊຸມດັ່ງກ່າວແມ່ນສ່ວນໜຶ່ງຂອງກິດຈະກໍາຂອງອົງປະກອບ ຄວາມຍຸຕິທຳທາງດ້ານສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ (CEJ) ຂອງໂຄງການ, ເຊິ່ງມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ການບັງຄັບໃຊ້ກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ຢູ່ ສປປ ລາວ.

ໃນກາລະໂອກາດດັ່ງກ່າວນີ້, ໄດ້ມີບັນດາຜູ້ຕາງໜ້າເຂົ້່ຮ່ວມຈາກກະຊວງຍຸຕິທຳ (ກຍ), ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ (ກສຊ), ສານປະຊາຊົນສູງສຸດ (ສປຊ), ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສະພາທະນາຍຄວາມລາວ (ສທລ), ກະຊວງກະສິກຳ ແລະ ປ່າໄມ້ (ກປ), ກະຊວງປ້ອງກັນຄວາມສະຫງົບ (ກປສ) ແລະ ສະຖາບັນທີ່ກ່ຽວ ຂ້ອງຕ່າງໆ ເຊັ່ນ: ສະຖາບັນຍຸຕິທຳແຫ່ງຊາດ (ສຍຊ) ແລະ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ). ພາຍຫຼັງການໃຫ້ກຽດກ່າວຕ້ອນຮັບຂອງທ່ານ ນ. ສາຍຄິດ ວິສີສົມບັດ, ຮອງຫົວໜ້າກົມຮ່ວມມືສາກົນ (ກຮ), ທ່ານ ແມັດທິວ ເບີດ໌ (Mr. Matthew Baird), ຊ່ຽວຊານທາງດ້ານກົດໝາຍສິ່ງແວດລ້ອມ ຂອງໂຄງການ JuSTICE ກໍ່ໄດ້ລາຍງານຄວາມຄືບໜ້າກ່ຽວກັບການເຄື່ອນໄຫວກິດຈະກໍາ ຂອງ ອົງປະກອບ ຄວາມຍຸຕິທຳທາງດ້ານສະພາບດິນຟ້າອາກາດ ແລະ ສິ່ງ ແວດລ້ອມ ທີ່ຈະເກີດຂຶ້ນໃນໄວໆນີ້. 

ທ່ານ ນາງ ສາຍຄິດ ວິສີສົມບັດ, ຮອງຫົວໜ້າກົມຮ່ວມມືສາກົນ, ປະທານກອງປະຊຸມ | ©MOJ

ໃນທີ່ປະຊຸຸມ ທ່ານ ນ. ໄບຼໂອນີ ອ່ຽວສ໌ (Ms. Briony Eales), ຜູ້ນໍາພາການສຶກສາທາງດ້ານກົດຫມາຍ ໂດຍມີ ທ່ານ ນ. ແອນຕິກາ ໄຊຍາພອນ ເປັນຜູ້ຊ່ວຍໃນການສຶກສາ ກໍໄດ້ນໍາສະເຫນີຜົນການສຶກສາ. ການສຶກສາໃນຄັ້ງນີ້ໄດ້ມີການທົບທວນຄືນຈຸດດີຂອງກອບກົດໝາຍ ສປປ ລາວ ກ່ຽວກັບບັນຫາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຊີ້ໃຫ້ເຫັນຈຸດແຂງທີ່ສໍາຄັນ, ການກໍານົດຊ່ອງຫວ່າງທີ່ສໍາຄັນ ແລະ ໂອກາດໃນການປັບປຸງ. ໂດຍສະເພາະແມ່ນໄດ້ເນັ້ນໃສ່ການພັດທະນານິຕິກໍາທີ່ຜ່ານມາ, ລວມທັງກົດໝາຍ ວ່າດ້ວຍການປົກປ້ອງສິ່ງແວດລ້ອມ 2024 ແລະ ຄໍາແນະນໍາຈາກພາກປະຕິບັດ ເພື່ອເສີມຂະຫຍາຍການບັງຄັບໃຊ້ກົດໝາຍ ແລະ ການເຂົ້າເຖິງຄວາມຍຸຕິທໍາທາງດ້ານສິ່ງແວດລ້ອມ.

ວາລະສຸດທ້າຍຂອງກອງປະຊຸມ ກໍໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ຕັ້ງຄໍາຖາມ ແລະ ມີການຕອບຄໍາຖາມຕ່າງໆ ຢ່າງຕັ້ງໜ້າ. ໃນອານາຄົດ, ໂຄງການ JuSTICE ຈະນໍາຜົນການສຶກສາເຫຼົ່ານີ້ ເພື່ອອອກແບບກິດຈະກຳການຝຶກອົບຮົມ ໃຫ້ແກ່ກຸ່ມເປົ້າໝາຍທີ່ເຮັດວຽກຢູ່ຂະແໜງຍຸຕິທຳ ແລະ ສິ່ງແວດລ້ອມ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ.

ດຣ. ສິພາ ຈັນທະວົງ, ຄນລ | ©MOJ

ການລິເລີ່ມກິດຈະກໍານີ້ປະກອບສ່ວນເຂົ້າໃນພາລະກິດອັນສໍາຄັນ ຂອງໂຄງການ JuSTICE ໃນການສົ່ງເສີມ ການປົກປັກຮັກສາສິ່ງແວດລ້ອມ, ເສີມຂະຫຍາຍຄວາມເຂັ້ມແຂງທາງດ້ານສະພາບດິນຟ້າອາກາດ ແລະ ຮັບປະກັນ ການເຂົ້າເຖິງຄວາມຍຸຕິທໍາຂອງທຸກຊຸມຊົນ ຢູ່ ສປປ ລາວ. ໂດຍຜ່ານການສືບຕໍ່ຮ່ວມມືກັນກັບຄູ່ຮ່ວມງານ ແລະ ພາກສ່ວນກ່ຽວຂ້ອງ ຕ່າງໆ, ໂຄງການ JuSTICE ຍັງຄົງໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນການພັດທະນາແບບຍືນຍົງ, ເສີມສ້າງກອບກົດໝາຍ ແລະ ເສີມສ້າງຄວາມຍຸຕິທຳທາງດ້ານສິ່ງແວດລ້ອມໃນທົ່ວ ສປປ ລາວ.  

ຜູ້ເຂົ້າຮ່ວມກອງປະຊຸມເຜີຍເເຜ່ຜົນການສຶກສາ | ©MOJ
ຮູບລວມ | ©MOJ

Comments are disabled.