ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2024 ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທຳ ທ່ານ ນາງ ເປີຣີນ ຊີມົງ (Dr. Perrine Simon) ຜູ້ຊ່ວຍວິຊາການຕ່າງປະເທດຄົນໃໝ່ປະຈຳໂຄງການ JuSTICE ພ້ອມດ້ວຍຄະນະໂຄງການໄດ້ເຂົ້າພົບ ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທຳ ເນື່ອງໃນໂອກາດມາດຳລົງຕຳແໜ່ງຜູ້ຊ່ວຍວິຊາການຕ່າງປະເທດຄົນໃໝ່ຂອງໂຄງການ JuSTICE ຢູ່ ສປປ ລາວ.

ໃນການເຂົ້າພົບຄັ້ງນີ້ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍິນດີຕໍ່ກັບການມາເປັນຜູ້ຊ່ວຍວິຊາການຕ່າງປະເທດຄົນໃໝ່ ທັງຍັງສະແດງຄວາມຮູ້ສຶກຂອບໃຈສຳລັບການສະໜັບສະໜຸນຢ່າງຕໍ່ເນື່ອງຈາກທາງໂຄງການ JuSTICE ແລະ ກ່າວອວຍພອນໃຫ້ທາງໂຄງການສາມາດຈັດຕັ້ງປະຕິບັດວຽກງານໃຫ້ບັນລຸຜົນຕາມເປົ້າໝາຍທີ່ວາງ ໄວ້. ນອກຈາກນີ້, ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳຍັງໄດ້ເນັ້ນໜັກເຖິງຄວາມສຳຄັນໃນການມີສ່ວນຮ່ວມຂອງຜູ້ຊ່ວຍວິຊາການຕ່າງປະເທດໃນແຜນງານທີ່ຮ່ວມມືກັນພາຍໃຕ້ໂຄງການ JuSTICE ເພື່ອຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງຍຸຕິທຳໃນ ສປປ ລາວ ໃນຕໍ່ໜ້າ.

ທ່ານ ນາງ ເປີຣີນ ຊີມົງ (Dr. Perrine Simon) ກໍໄດ້ອະທິບາຍໂດຍລະອຽດກ່ຽວກັບສະພາບລວມຂອງແຜນງານທີ່ຈະເກີດຂຶ້ນໃນອະນາຄົດພາຍໃຕ້ການເຮັດວຽກຂອງໂຄງການ ພ້ອມທັງປຶກສາຫາລືກ່ຽວກັບສິ່ງທ້າທາຍຕ່າງໆໃນລະຫວ່າງການຈັດຕັ້ງປະຕິບັດກິດຈະກຳຂອງທາງໂຄງການ ໄປຈົນຮອດການປຶກສາຫາລືເຖິງຄວາມເປັນໄປໄດ້ກ່ຽວກັບແນວທາງທີ່ຈະສາມາດຮ່ວມມືກັນແກ້ໄຂບັນຫາ ແລະ ຮັບປະກັນການເຄື່ອນໄຫວກິດຈະກຳໃຫ້ໄດ້ໝາກຜົນສູງສຸດ.

ທັງນີ້ທັງນັ້ນ ລະຫວ່າງການເຂົ້າພົບດັ່ງກ່າວກໍຍັງໄດ້ມີການລາຍງານໂດຍລະອຽດກ່ຽວກັບແຜນການຮ່ວມມືກັນລະຫວ່າງ ສະຖາບັນຍຸຕິທຳແຫ່ງຊາດ ແລະ ໂຮງຮຽນຂຸນສານປະເທດຝຣັ່ງ ເຊິ່ງຕະຫລອດໄລຍະການປຶກສາຫາລືກັນກໍໄດ້ມີການໂອ້ລົມກັນເຖິງຍຸດທະສາດທີ່ຈະສາມາດຊ່ວຍເພີ່ມປະສິດທິພາບຂອງກິດຈະກຳໂຄງການ ທັງຍັງກ່າວເຖິງຄວາມສຳເລັດທີ່ໂດດເດັ່ນອັນເປັນໝາກຜົນທີ່ມາຈາກການຮ່ວມມືກັນຂອງທາງໂຄງການ ແລະ ຄູ່ຮ່ວມງານ ຕະຫລອດໄປຈົນຮອດການປຶກສາຫາລືກ່ຽວກັບການສະໜັບສະໜຸນຕໍ່ໜ້າວ່າດ້ວຍການສ້າງຜົນກະທົບທີ່ດີໃນການຜັກດັນການຝຶກອົບຮົມຍຸຕິທຳ ແລະ ການສຶກສາກົດໝາຍຂອງ ສປປ ລາວ ໃຫ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ .
ການເຂົ້າພົບໃນຄັ້ງນີ້ຖືເປັນອີກຂີດໝາຍໜຶ່ງທີ່ສຳຄັນໂດຍເນັ້ນໜັກໄປທີ່ຄວາມຕັ້ງໃຈຂອງກະຊວງຍຸຕິທຳໃນການເສີມສ້າງຄວາມຮ່ວມມື ແລະ ຜັກດັນຈຸດປະສົງຂອງໂຄງການ ໄດ້ຢ່າງມີປະສິດທິພາບ ແລະ ທ້າຍທີ່ສຸດແລ້ວ ສິ່ງເຫລົ່ານີ້ຈະກາຍເປັນປະໂຫຍດຕໍ່ກັບລະບົບຍຸຕິທຳ ແລະ ຂະແໜງຄຸລາການໃນ ສປປ ລາວ.