ຄວາມຍຸຕິທຳດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
ການສ້າງຄວາມເຂັ້ມເເຂງໃຫ້ເເກ່ການສ້າງລັດເເຫ່ງກົດໝາຍທາງດ້ານສິ່ງເເວດລ້ອມ ໃນ ລາວ
ໂຄງການ JuSTICE ຍັງໄດ້ເຮັດວຽກເພື່ອຮັບປະກັນວ່າກົດໝາຍສິ່ງແວດລ້ອມບໍ່ພຽງແຕ່ເປັນລາຍລັກອັກສອນເທົ່ານັ້ນ ແຕ່ຖືກບັງຄັບໃຊ້ຢ່າງມີປະສິດທິພາບ. ຜ່ານອົງປະກອບຂອງຄວາມຍຸຕິທຳດ້ານ ສິ່ງແວດລ້ອມ (CEJ), ໂຄງການພວກເຮົາໄດ້ຊ່ວຍຜູ້ພິພາກສາ, ໄອຍະການ, ແລະ ນັກກົດໝາຍໃນການນຳໃຊ້ກົດໝາຍສິ່ງແວດລ້ອມຢ່າງສອດຄ່ອງ ເເລະ ທ່ຽງທໍາ. ໂຄງການພວກເຮົາຍັງສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນ, ສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າເຂົ້າໃຈສິດ ແລະ ຄວາມຮັບຜິດຊອບຂອງເຂົາເຈົ້າໃນການປົກປ້ອງຊັບພະຍາກອນທໍາມະຊາດ. ດ້ວຍການເຮັດວຽກຮ່ວມກັນລະຫວ່າງກະຊວງຍຸຕິທຳ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ແລະ ບັນດາຄູ່ຮ່ວມມືສຳຄັນອື່ນໆ, ໂຄງການພວກເຮົາ ຍັງຊຸກຍູ້ສົ່ງເສີມວຽກງານກ່ຽວກັບກົດໝາຍດ້ານສິ່ງແວດລ້ອມ ເພື່ອເເກ້ໄຂບັນຫາສິ່ງທ້າທາຍຕ່າງໆເຊັ່ນ: ການຕັດໄມ້ທຳລາຍປ່າ, ການສູນເສຍຊີວະນາໆພັນ, ແລະ ການປ່ຽນແປງຂອງດິນຟ້າອາກາດ. ໂຄງການລິເລີ່ມນີ້ເເມ່ນເເນໃສ່ການເສີມຂະຫຍາຍຂອບກົດໝາຍ ແລະ ສົ່ງເສີມວຽກງານດັ່ງກ່າວ ໃຫ້ເກີດຜົນເປັນຈິງ ເພື່ອອະນາຄົດທີ່ທ່ຽງທໍາ ແລະ ຍືນຍົງຍິ່ງຂື້ນໃນ ສປປ ລາວ.
