ພາຍໃຕ້ການຈັດຕັ້ງປະຕິບັດກິດຈະກໍາກ່ຽວກັບການສ້າງຄວາມເຂັ້ມເເຂງດ້ານຂີດຄວາມສາມາດ ເເກ່ສະຖາບັນຍຸຕິທໍາ ເເລະ ເພື່ອສ້າງລັດທີ່ຄຸ້ມຄອງດ້ວຍໝາຍໃນ ສປປ ລາວ; ໂຄງການ JuSTICE, ເຊິ່ງໃຫ້ການສະໜັບສະໜຸນທາງດ້ານທຶນຮອນໂດຍ ອົງການຊ່ວຍເຫຼືອຝຣັ່ງ ເພື່ອການພັດທະນາ (AFD) , ໄດ້ຈັດການຝຶກອົບຮົມເເບບເລັ່ງລັດໃນຫົວຂໍ້ກ່ຽວກັບ ການປົກປ້ອງຕາມສັນຍາ ເເລະ ຄວາມຮັບຜິດຊອບຂອງລັດເປັນເວລາ 5 ວັນ ນັບຕັ້ງເເຕ່ວັນທີ 5 ເຖິງ ວັນທີ 9 ພຶດສະພາ 2025. ກອງປະຊຸມຝຶກອົບຮົມດັ່ງກ່າວ ເເມ່ນມີຈຸດປະສົງເພື່ອສຸມໃສ່ ການຮຽນຮູ້ກ່ຽວກັບຫົວຂໍ້ບັນຫາທີ່ສໍາຄັນທາງດ້ານກົດໝາຍ ໂດຍສະເພາະເເມ່ນເນື້ອໃນທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງລັດຕໍ່ການຈັດຕັ້ງປະຕິບັດສົນທິສັນຍາ ພາຍໃຕ້ກົດໝາຍສາກົນ ໃນສະພາບຂອງການລົງທຶນຕ່າງປະເທດ.

ຮູບພາບລວມ ພິທີມອບໃບຢັ້ງຢືນການຝຶກອົບຮົມ | ©JuSTICE Project

ການຝືກອົບຮົມໃນຄັ້ງນີ້ ໄດ້ຖືເປັນເວທີອັນສໍາຄັນໃຫ້ກັບບັນດາຜູ້ຕາງໜ້າຈາກສະຖາບັນຕ່າງໆໃນການເຂົ້າຮ່ວມ ເພື່ອເເລກປ່ຽນສົນທະນາຄວາມຮູ້ພາຍໃຕ້ຫົວຂໍ້ດັ່ງກ່າວ. ຜູ້ເຂົ້າຮ່ວມທັງໝົດລວມມີ 38 ຄົນ. ໃນນັ້ນ, ມີຜູ້ເຂົ້າຮ່ວມຈາກກະຊວງ ເເລະ ພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ບາງກົມຈາກກະຊວງຍຸຕິທໍາ (ກົມກົດໝາຍ, ກົມເຜີຍເເຜ່ໂຄສະນາກົດໝາຍ, ເເລະ ກົມຮ່ວມມືສາກົນ), ສະຖາບັນຍຸຕິທໍາເເຫ່ງຊາດ, ສະພາທະນາຍຄວາມ, ສານປະຊາຊົນສູງສຸດ, ກະຊວງການຕ່າງປະເທດ, ກະຊວງພະລັງງານ ເເລະ ບໍ່ເເຮ່, ບໍລິສັດໄຟຟ້າລາວ, ເເລະ ກະຊວງແຜນການ ເເລະ ການລົງທຶນ.

ໃນຕະຫຼອດໄລຍະການຝຶກອົບຮົມນັ້ນ ຜູ້ເຂົ້າຮ່ວມໄດ້ຮັບຟັງ ເເລະ ຮຽນຮູ້ຜ່ານຫຼາກຫຼາຍຫົວຂໍ້ບັນຍາຍ ເຊິ່ງກວມເອົາທັງພາກທິດສະດີຂອງກົດໝາຍການລົງທຶນສາກົນ ເເລະ ບົດຝຶກຫັດຕົວຈິງຈຳນວນໜຶ່ງ. ໃນການດໍາເນີນການຝຶກອົບຮົມດັ່ງກ່າວເເມ່ນນໍາພາໂດຍທີມງານຊ່ຽວຊານຕ່າງປະເທດ ໃນນັ້ນມີ ທ່ານ Dino Santaniello, ທ່ານ Rodolphe Ruffié-Farrugia, ເເລະ ທ່ານ Robert Huston ເຊິ່ງທັງ ສາມທ່ານເເມ່ນລ້ວນເເຕ່ມີປະສົບການກວ້າງຂວາງໃນວຽກງານກົດໝາຍລະຫວ່າງຊາດພາກສາທາລະນະ ເເລະ ການປະຕິບັດກົດພາຍໃນເຂດພາກພື້ນອາຊີອາຄະເນ.

ການນໍາສະເໜີໂດຍຊ່ຽວຊານ ທ່ານ Roldophe Ruffié-Farrugia | ©JuSTICE Project

ການຝຶກອົບຮົມຄັ້ງນີ້ໄດ້ກວມເອົາຫຼາຍຫົວຂໍ້ ເເລະ ບັນຫາທີ່ສໍາຄັນເຊັ່ນ: ພາບລວມຂອງກົດໝາຍລະຫວ່າງຊາດພາກສາທາລະນະ ຄວາມຮັບຜິດຊອບຂອງລັດ, ການຕົກລົງສອງຝ່າຍ ເເລະ ຫຼາຍຝ່າຍ ທາງດ້ານການຄ້າ ແລະ ການລົງທຶນ, ກົນໄກ ຄະນະກຳມະການຕັດສິນ ເເລະ ການໄກ່ເກ່ຍຂໍ້ຂັດແຍ່ງ. ນອກຈາກນັ້ນ, ບັນດາຊ່ຽວຊານຍັງໄດ້ອໍານວຍຄວາມສະດວກໃນການແລກປ່ຽນ ຄຳຄິດຄຳເຫັນທີ່ເລິກເຊິ່ງ ທີ່ເຮັດໃຫ້ຜູ້ເຂົ້່າຮ່ວມດ້ວຍກັນ ເຂົ້າໃຈເຖິງຄວາມຊັບຊ້ອນຂອງກົດໝາຍສາກົນ ໃນພາກປະຕິບັດ ແລະ ຂັ້ນຕອນການເຈລະຈາ ຜ່ານການຍົກເຖິງຕົວຢ່າງ ສະຖານະການສົມມຸດ ເເລະ ການເຮັດບົດບາດຈໍາລອງຕ່າງໆ. ເຊິ່ງກິດຈະກໍາເຫຼົ່ານີ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ເເລະ ນໍາໃຊ້ຫຼັກການເພື່ອຕີຄວາມໝາຍ ເນື້ອໃນຂອງຂໍ້ຕົກລົງການລົງທຶນ ສອງຝ່າຍ ໂດຍຜ່ານການເຮັດການສົມທຽບລະຫວ່າງກົດໝາຍພາຍໃນ ເເລະ ກົດໝາຍສາກົນ ລວມທັງການຍົກຕົວຢ່າງເຖິງ ບົດບາດຂອງ ສປປລາວ ໃນການປະກອບສ່ວນເຂົ້າໃນການເເກ້ໄຂຂໍ້ຂັດເເຍ່ງ, ການຮ້ອງຟ້ອງ, ເເລະ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານກ່ຽວກັບບັນຫາດັ່ງກ່າວ ເປັນຕົ້ນ. ນອກຈາກນັ້ນເເລ້ວ, ບັນດາຊ່ຽວຊານ ຍັງໄດ້ເເນະນໍາກ່ຽວກັບ ເຄື່ອງມືໃນການຈັດຕັ້ງປະຕິບັດ ແລະ ເເຫຼ່ງຂໍ້ມູນເພີ່ມຕື່ມໃຫ້ກັບບັນດາຜູ້ເຂົ້າຮ່ວມ ທີ່ສາມາດນໍາໃຊ້ເຂົ້າໃນວຽກງານທາງດ້ານກົດໝາຍ ຂອງພວກເຂົາ ອີກດ້ວຍ.

ການຝຶກອົບຮົມພາຍໃຕ້ຫົວຂໍ້ດັ່ງກ່າວນີ້ເເມ່ນສອດຄ່ອງກັບເປົ້າໝາຍລວມຂອງໂຄງການ JuSTICE ທີ່ເນັ້ນໃສ່ການສະໜັບສະໜູນການສ້າງຄວາມເຂັ້ມແຂງທາງດ້ານສະຖາບັນ ແລະ ສົ່ງເສີມການສ້າງຄວາມອາດສາມາດໃຫ້ເເກ່ບັນດາພະນັກງານໃນຂົງເຂດຍຸຕິທໍາ. ການມີລະບົບຍຸຕິທໍາ ທີ່ສາມາດເຊື່ອໝັ້ນ ເເລະ ສາມາດຄາດເດົາ ໄດ້ນັ້ນ ເເມ່ນສໍາຄັນຫຼາຍຕໍ່ການດຶງດູດການລົງທຶນໄລຍະຍາວໃຫ້ເເກ່ ສປປ ລາວ ເນື່ອງຈາກວ່າ ມັນເປັນການສ້າງຄວາມເຊື່ອໝັ້ນໃຫ້ກັບນັກລົງທຶນວ່າ ສິດທິຂອງພວກເຂົາຈະໄດ້ຮັບການປົກປ້ອງພາຍໃຕ້ລັດທີ່ຄຸ້ມຄອງລັດ ເເລະ ຄຸ້ມຄອງສັງຄົມດ້ວຍກົດໝາຍ ເພື່ອຈະບັນລຸເປົ້າໝາຍດັ່ງກ່າວໄດ້ ມັນຮຽກຮ້ອງໃຫ້ມີຂອບວຽກທາງດ້ານກົດໝາຍທີ່ເຂັ້ມເເຂງ, ມີການປະຕິບັດນະໂຍບາຍເປັນຢ່າງດີ ເເລະ ພັນທະທາງກົດໝາຍທີ່ສອດຄ່ອງຕໍ່ວຽກງານຍຸຕິທຳ ໂດຍການຈັດກອງປະຊຸມຄັ້ງນີ້, ໂຄງການ JuSTICE ເນັ້ນໃສ່ການສ້າງຄວາມເຂັ້ມແຂງທາງດ້ານທັກສະໃຫ້ແກ່ນັກກົດໝາຍໃນ ສປປ ລາວ ຜູ້ທີ່ມີບົດບາດສໍາຄັນໃນການຮ່າງນິຕິກໍາ ເເລະ ວາງນະໂຍບາຍ ກ່ຽວກັບວຽກງານການລົງທຶນ, ການຮ່ວມມືຂ້າມຊາຍແດນ ເເລະ ຫຼື ການບໍລິຫານລັດ.

ພາກການເຮັດວຽກເປັນກຸ່ມ | ©JuSTICE Project

Comments are disabled.