ກ່ຽວກັບໂຄງການ JuSTICE
ໂຄງການ ບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ
(ໂຄງການ JuSTICE)


ສົ່ງເສີມການສ້າງຄວາມອາດສາມາດທີ່ຍືນຍົງໃຫ້ເເກ່ຂະເເໜງຍຸຕິທໍາໃນ ສປປ ລາວ
ໂຄງການ JuSTICE ເເມ່ນໂຄງການລິເລີ່ມ ທີມີໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການທັງໝົດ 5 ປີ ເຊິ່ງເລີ່ມຕັ້ງປີ ເດືອນພະຈິກ ປິ 2020 ເຖິງເດືອນ ມິຖູນາ ປີ 2026. ຈຸດປະສົງໂຄງການເເມ່ນເພື່ອສ້າງຄວາມເຂັ້ມເເຂງໃຫ້ເເກ່ການສ້າງລັດເເຫ່ງກົດໝາຍໃນ ສປປ ລາວ ເຊິ່ງສອດຄ່ອງກັບພັນທະເເຫ່ງຊາດ ວ່າດ້ວຍການພັດທະນາເເບບຍືນຍົງ ເເລະ ເພື່ອສ້າງສັງຄົມທີ່ເທົ່າທຽມ ເຊິ່ງຈັດຕັ້ງປະຕິບັດພາຍໃຕ້ຂອບຂອງ ແຜນຍຸດທະສາດພັດທະນາຂະແໜງກົດໝາຍ, ເຊິ່ງເເມ່ນແຜນເເມ່ບົດໃນການປັບປຸງລະບົດກົດໝາຍຂອງ ສປປ ລາວ.
ໂຄງການ ເເມ່ນໄດ້ຮັບການໃຫ້ທິນການຊ່ວຍເຫຼືອຈາກ ອົງການຝຣັ່ງເພື່ອການພັດທະນາ ເປັນຈໍານວນທັງໝົດ 4 ລ້ານເອີໂຣ ເຊິ່ງນໍາພາໃນການຈັດຕັ້ງປະຕິບັດໂຄງການໂດຍ ກະຊວງຍຸຕິທໍາ ພາຍໃຕ້ການບໍລິຫານຂອງ ຄະນະຄຸ້ມຄອງໂຄງການ (PMU). ຈຸດປະສົງຫຼັກຂອງໂຄງການເເມ່ນເພື່ອເສີມສ້າງຄວາມອາດສາມາດໃຫ້ເເກ່ບັນດາສະຖາບັນທີ່ສໍາຄັນໃນຂະເເໜງຍຸຕິທໍາ ຜຸ້ທີ່ມີພັນທະຮັບຜິດຊອບໃນການສ້າງລັດເເຫ່ງກົດໝາຍໃນ ສປປ ລາວ. ເພື່ອບັນລຸຕໍ່ກັບເປົ້າໝາຍດັ່ງກ່າວ, ໂຄງການເເມ່ນໄດ້ເຮັດວຽກຢ່າງໃກ້ຊິດກັບບັນດາອົງກາເຫຼົ່ານັ້ນ ເຊິ່ງລວມມີ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ເເລະ ສະພາທະນາຍຄວາມລາວ. ໂຄງການ JuSTICE ມີຈຸດປະສົງເພື່ອປັບປຸງການເຂົ້າເຖິງກົດໝາຍ, ຮັບປະກັນປະສິທິພາບ ເເລະ ຄວາມໂປ່ງໃສໃຫ້ຂະບວນການດ້ານຕຸລາການ ເພື່ອຜົນປະໂຫຍດເເກ່ປະຊາຊົນລາວທຸກຄົນ ໂດຍຜ່ານການສ້າງຄວາມເຂັ້ມເເຂງໃຫ້ກັບບັນດາອົງການດັ່ງກ່າວເຫຼົ່ານີ້.
ໃນຂະນະດຽວກັນ ເພື່ອເຫັນໄດ້ເຖິງຄວາມສໍາຄັນທີ່ເພີ່ມຍິ່ງຂື້ນ ຂອງວຽກງານການສົ່ງເສີມຄວາມຍືນຍົງທາງດ້ານສິ່ງເເວດລ້ອມ ເເລະ ສະພາບດີນຟ້າອາກາດ, ໂຄງການ JuSTICE ກໍໄດ້ຮວມເອົາ ວຽກງານຄວາມຍຸຕິທໍາທາງດ້ານສິ່ງເເວດລ້ອມ (CEJ) ເຂົ້າເປັນໜຶ່ງໃນອົງປະກອບການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ. ເຊິ່ງອົງປະກອບດັ່ງກ່າວເເມ່ນມີຈຸດສຸມສະເພາະໃນການສ້າງຄວາມອາດສາມາດ ເເລະ ສ້າງຄວາມຮັບຮູ້ ເພື່ອຮັບປະກັນຄຸນະພາບໃນການຈັດຕັ້ງປະຕິບັດກົດໝາຍທາງດ້ານສິ່ງເເວດລ້ອມທີ່ມີຄຸນະພາບ. ໂຄງການໄດ້ຮ່ວມປະສານສົມທົບຢ່າງໃຫ້ຊິດກັບ ກະຊວງຊັບພະຍາກອນທໍາມະຊາດ ເເລະ ສິ່ງເເວດລ້ອມ ເເລະ ຄູ່ຮ່ວມງານອື່ນໆກ່ຽວຂ້ອງ ເພື່ອສົ່ງເສີມ ເເລະ ໂຄສະນາເຜີຍເເຜ່ກ່ຽວກັບຄວາມຍຸຕິທໍາທາງສິ່ງເເວດລ້ອມ (CEJ) ໃຫ້ເເກ່ບັນດາອົງການຈັດຕັ້ງທາງສັງຄົມ (CSOs), ອົງການບໍລິຫານ, ເເລະ ພາກເອກະຊົນ ທົ່ວປະເທດ. ໃນໄລຍະຍາວ, ໂຄງການ JuSTICE ຍັງມີຄາດໝາຍເພື່ອທີ່ຈະສາມາດ ຕອບສະໜອງເເກ້ໄຂບັນຫາທີ່າສໍາຄັນຕ່າງໆຕໍ່ວຽກງານດັ່ງກ່າວ ເພື່ອເພີ່ມການຮ່ວມມື ເເລະ ການເຊື່ອມສານປັບເຂົ້າສູ່ການຈັດຕັ້ງປະຕິບັດທີ່ເໝາະສົມກັບບໍລິບົດສະເພາະ ຂອງມາດຕະຖານທາງດ້ານນະໂຍບາຍສິ່ງເເວດລ້ອມ ເເລະ ຂອບວຽກການຈັດຕັ້ງປະຕິບັດກົດໝາຍໃນ ສປປ ລາວ.