ໃນວັນທີ 12-13 ພຶດສະພາທີ່ຜ່ານມາ ໂຄງການ JuSTICE ໄດ້ຈັດການຝຶກອົບຮົມພາຍໃຕ້ຫົວຂໍ້ກ່ຽວກັບ ການຮ່າງຄໍາເຫັນທາງດ້ານກົດໝາຍ ໂດຍມີຜູ້ເຂົ້າຮ່ວມທັງໝົດ 26 ທ່ານ ເຊິ່ງລ້ວນເເຕ່ເປັນຜູ້ທີ່ເຮັດວຽກລົງເລິກໃນຂະເເໜງການກົດໝາຍໂດຍກົງ. ການຝຶກອົບຮົມຄັ້ງນີ້ ເເມ່ນສ່ວນໜຶ່ງຂອງຊຸດຝືກອົບຮົມການສ້າງຂີດຄວາມສາມາດໃຫ້ເເກ່ພະນັກງານຂະເເໜງຍຸຕິທໍາ ເພື່ອເສີມສ້າງທັກສະພື້ນຖານທີ່ເຂັ້ມເເຂງຂອງບັນດາຜູ້ເຂົ້າຮ່ວມ ໃນການໃຫ້ເຫດຜົນທາງດ້ານກົດໝາຍ ເເລະ ການຮ່າງນິຕິກໍາຕ່າງໆ. ຈຸດປະສົງຫຼັກ ຂອງການຝືກອົບຮົມແມ່ນເພື່ອຍົກລະດັບຄວາມສາມາດຂອງພະນັກງານທີ່ກ່ຽວຂ້ອງຂອງກະຊວງຍຸຕິທຳ ແລະ ນັກກົດໝາຍລາວ; ລວມທັງ ທະນາຍຄວາມ ໃຫ້ມີໂຄງສ້າງ ແລະ ຮ່າງຄຳເຫັນທາງດ້ານກົດໝາຍ ທີ່ກ່ຽວທີ່ກ່ຽວຂ້ອງກັບຂໍ້ໂຕ້ແຍ້ງທາງກົດໝາຍຢ່າງມີປະສິດທິພາບຫຼາຍຂຶ້ນ.

ຜູ້ເຂົ້າຮ່ວມອົບຮົມຄັ້້ງນີ້ລ້ວນເເຕ່ເປັນຜູ້ທີ່ເຮັດວຽກໃນການຕີຄວາມໝາຍຂອງບັນຫາທີ່ສັບຊ້ອນຂອງກົດໝາຍ, ທັງເປັນຜູ້ໃຫ້ຄໍາເເນະນໍາທາງດ້ານກົດໝາຍ ເເລະ ໃຫ້ການບໍລິການທາງດ້ານກົດໝາຍ ເຊິ່ງໄດ້ຕາງໜ້າມາຈາກພາກສ່ວນຕ່າງໆເຊັ່ນ: ສະພາທະນາຍຄວາມ, ກົມກົດໝາຍ ກະຊວງຍຸຕິທໍາ, ສະຖາບັນຍຸຕິທໍາເເຫ່ງຊາດ, ເເລະ ກະຊວງການຕ່າງປະເທດ.

ທ່ານ Dino Santaniello ກໍາລັງອະທິບາຍບົດຮຽນໃຫ້ເເກ່ຜູ້ເຂົ້າຮ່ວມ | ©JuSTICE Project

ໃນການຝຶກອົບຮົມຄັ້ງນີ້ເເມ່ນນໍາພາໂດຍ ທ່ານ Dino Santaniello ເຊິ່ງເເມ່ນຊ່ຽວຊານຕ່າງປະເທດທີ່ມີປະສົບການເຮັດວຽກທາງດ້ານກົດໝາຍຢູ່ລາວເກືອບໜຶ່ງທົດສະວັດ ລວມທັງການເປັນນັກຝຶກອົບຮົມພາຍໃນໃຫ້ກັບບໍລິສັດຂອງລາວເອງ. ເນື້ອໃນບົດຮຽນການຝຶກອົບຮົມເເມ່ນໄດ້ກວມເອົາທັງມຸມມອງວິທີການໃນການຂຽນກົດໝາຍ ເເລະ ການໃຫ້ເຫດຜົນທາງດ້ານກົດໝາຍ. ໃນມື້ທໍາອິດ, ການຝຶກອົບຮົມໄດ້ສຸມໃສ່ລາຍລະອຽດວິທີການຈັດໂຄງຮ່າງການຂຽນຮ່າງກົດໝາຍ ເເລະ ການໃຫ້ເຫດຜົນທາງດ້ານກົດໝາຍ. ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນລົງເລິກກ່ຽວກັບສິ່ງທ້າທາຍໃນການຮ່າງກົດໝາຍ, ຄວາມສໍາຄັນໃນການຮັບຮູ້ຂອງຜູ້ອ່ານ ຫຼື ນໍາໃຊ້ກົດໝາຍ, ບົດຝຶກຫັດຕົວຈິງໃນການຈັດໂຄງຮ່າງຂໍ້ຕົກລົງຮ່ວມກັນເພື່ອໄຈ້ເເຍກບັນຫາຕ່າງໆໃນເເງ່ກົດໝາຍ, ການວິເຄາະການນໍາໃຊ້ກົດໝາຍ, ເເລະ ການໃຫ້ຂໍ້ເເນະນໍາທີ່ດີ. ນອກຈາກນັ້ນ, ໃນຫຼາຍພາກຂອງການຝຶກອົບຮົມຄັ້ງນີ້ຍັງໄດ້ເນັ້ນໜັກໃສ່ຕໍ່ຜູ້ເຂົ້າຮ່ວມໃຫ້ເຫັນເຖິງຄວາມຈໍາເປັນ ຂອງຮ່າງກົດໝາຍທີ່ຈະຕ້ອງມີເນື່້ອໃນຈະເເຈ້ງ ເເລະ ສາມາດເຂົ້າໃຈໄດ້ງ່າຍ ອີກດ້ວຍ.

ຜູ້ເຂົ້າຮ່ວມກໍາລັງອອກຄໍາເຫັນຕໍ່ການຝຶກອົບຮົມ | ©JuSTICE Project

ມື້ທີ 2 ຂອງການຝຶກອົບຮົມ ເເມ່ນໄດ້ເຈາະຈົງໃສ່ການຈັດເນື້ອໃນຮ່າງນິຕິກໍາ ໃຫ້ມີຄວາມສອດຄ່ອງກັນ. ບັນດາຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບວິທີການຈັດໂຄງສ້າງຂອງຮ່າງສັນຍາ ໂດຍເເບ່ງເປັນຮູບແບບພາກເປີດ, ເດີນເລື່ອງ, ເເລະ ພາກປິດ, ການວາງເເນວທາງວິທີການຮ່າງນິຕິກໍາ, ເເລະ ການນໍາໃຊ້ຫົວຂໍ້ກໍານົດເນື້ອໃນສໍາລັບເເຕ່ລ່ະພາກ ເພື່ອຊ່ວຍໃຫ້ຜູ້ນໍາໃຊ້ນິຕິກໍາສາມາດອ່ານເຂົ້າໃຈເນື້ອເລື່ອງໄດ້ງ່າຍ ເເລະ ຖືກຕ້ອງ. ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຝຶກທັກສະຕ່າງໆ ຜ່ານການເຮັດບົດຝຶກຫັດຕົວຈິງ ເຊິ່ງລວມມີ ກໍລະນີສືກສາກ່ຽວກັບຂໍ້ຂັດເເຍ່ງທາງດ້ານການຈ້າງງານ ໂດຍກໍານົດໃຫ້ຜູ້ເຂົ້າຮ່ວມໄດ້ຝຶກການວິເຄາະ ເເລະ ອີງໃສ່ປະສົບການຕົວຈິງຂອງພວກເຂົາ ໄປຕາມໂລຊິກທາງດ້ານກົດໝາຍ ເເລະ ເຕັກນີກຂອງການຮ່າງກົດໝາຍໃນສະຖານະການຄວາມເປັນຈິງ.

ພາຍຫຼັງທີ່ສໍາເລັດກອງປະຊຸມ ຜູ້ເຂົ້າຮ່ວມສາມາດກໍາໄດ້ຫຼາຍບົດຮຽນ ລວມໄປເຖິງ ຂອບວຽກການປະຕິບັດງານ, ຍຸດທະສາດຂອງວິທີການ, ເເລະ ເຄື່ອງມືໃນການຮ່າງກົດໝາຍ ເຊິ່ງລ້ວນເເຕ່ເປັນບົດຮຽນ ເເລະ ທັກສະອັນຈໍາເປັນທີ່ສາມາດນໍາໃຊ້ເຂົ້າໃນການ ປະຕິບັດຕົວຈິງຂອງພວກເຂົາໄດ້. ທາງໂຄງການເຊື່ອໝັ້ນວ່າ ໃນການສົ່ງເສີມ ການຝຶກ ເເລະ ເສີມສ້າງບັນດາທັກສະເຫຼົ່ານີ້ໃຫ້ເເກ່ນັກກົດໝາຍໃນລາວ ຈະສາມາດປະກອບສ່ວນຊ່ວຍໃຫ້ການຮ່າງນິຕິກໍາ, ຄໍາເຫັນທາງດ້ານກົດໝາຍ, ເເລະ ນະໂຍບາຍຂອງສະຖາບັນ ກາຍເປັນເງື່ອນໄຂຊ່ວຍໃຫ້ສະພາບເເວດລ້ອມທາງດ້ານກົດໝາຍໃນ ສປປ ລາວ ມີຄວາມເຂັ້ມເເຂງ ເເລະ ຕອບສະໜອງຕາມຄວາມຕ້ອງການໄດ້ຫຼາຍຂື້ນ.

ການເຮັດວຽກເປັນກຸ່ມຂອງນັກສໍາມະນາກອນ | ©JuSTICE Project

Comments are disabled.