ໂຄງການ ບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (ໂຄງການ JuSTICE) ໄດ້ມີການຈັດຕັ້ງປະຕິບັດວຽກງານໃນການສະໜັບສະໜຸນສະຖາບັນຍຸຕິທຳແຫ່ງຊາດ ວ່າດ້ວຍການພັດທະນາຍຸດທະສາດ ແລະ ປັບປຸງຫລັກສູດຍຸຕິທຳ 1 ປີ. ວຽກງານດັ່ງກ່າວນີ້ແມ່ນມີຈຸດປະສົງໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນຍຸຕິທຳ,ພັດທະນາຈຸດປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງ, ແລະ ປັບປຸງຫລັກສູດການຝຶກອົບຮົມດັ່ງກ່າວໃຫ້ມີຄວາມທັນສະໄໝຍິ່ງຂຶ້ນເພື່ອຮັບປະກັນວ່າຈະສາມາດຕອບສະໜອງຕໍ່ກັບຄວາມຕ້ອງການຂອງພາກສ່ວນຍຸຕິທຳໃນ ສປປ ລາວ ໄດ້ດີຍິ່ງຂຶ້ນ.

ໃນລະຫວ່າງວັນທີ 24-28 ກຸມພາ 2025, ທ່ານ ດຣາໂກເມຍ ໂຢດານ໋ອບ (Dragomir Yordanov), ຊ່ຽວຊານດ້ານກົດໝາຍສາກົນທີ່ ໄດ້ເດີນທາງມາຮ່ວມເຮັດວຽກຮ່ວມກັນກັບໂຄງການຈັດສຕິດສຄັ້ງທຳອິດ ໂດຍໃນຂະບວນການດັ່ງກ່າວນີ້ ໄດ້ມີການດຳເນີນກິດຈະກຳທຳອິດຜ່ານການໂອ້ລົມກັບທຸກພາກສ່ວທີ່ກ່ຽວຂ້ອງ ເຊິ່ງລວມມີ ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ (OSPP), ສານປະຊາຊົນສູງສຸດ (PSC), ແລະ ສະພາທະນາຍຄວາມລາວ (LBA).

ທ່ານຫົວໜ້າ ເເລະ ພະນັກງານຕາງໜ້າສະຖາບັນຄົ້ນຄວ້າ ເເລະ ຝຶກອົບຮົມ ອົງການໄອຍະການປະຊາຊົນສູງສຸດ | ©JuSTICE Project

ຕະຫລອດໄລຍະໜຶ່ງອາທິດນັ້ນ, ທ່ານ ດຣາໂກເມຍ ໂຢດານ໋ອບ (Dragomir Yordanov) ໄດ້ມີການປຶກສາຫາລືໃນຫລາກຫລາຍຫົວຂໍ້ ຮ່ວມກັບທາງຫົວໜ້າສະຖາບັນຍຸຕິທຳ, ບັນດາຄູຝືກຈາກຂະແໜງຍຸຕິທຳທີ່ກ່ຽວຂ້ອງ, ນັກສຶກສາຈາກສະຖາບັນຍຸຕິທຳ, ໄປຈົນເຖິງພາກສ່ວນຈາກກະຊວງສຶກສາທິການ ແລະ ກິລາ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ແລະ ສະພາທະນາຍຄວາມລາວ. ການປຶກສາຫາລືໄດ້ດຳເນີນໄປດ້ວຍຄວາມກະຕືລືລົ້ນຈາກທຸກພາກສ່ວນຄູ່ຮ່ວມງານທີ່ກ່ຽວຂ້ອງ ທັງຍັງມີການມຸ່ງເນັ້ນໄປທີ່ການລະບຸຄວາມຕ້ອງການວ່າດ້ວຍຍຸດທະສາດທີ່ເໝາະສົມກັບສະຖາບັນຍຸຕິທຳ,ທົບທວນການຈັດຕັ້ງປະຕິບັດແນວທາງການຝຶກອົບຮົມທີ່ມີຢູ່ໃນປັດຈຸບັນ, ມີການຮວບຮວມເອົາຂໍ້ມູນໂດຍລະອຽດຍິ່ງຂຶ້ນເພື່ອນຳໄປພັດທະນາຫລັກສູດໂດຍອີງຕາມທັກສະຄວາມຮູ້ຄວາມສາມາດໃນການຈັດຕັ້ງປະຕິບັດ, ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການປະສານງານລະຫວ່າງສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໃນຂະແໜງຍຸຕິທຳທີ່ມີສ່ວນຮ່ວມແກ່ການໃຫ້ການຝຶກອົບຮົມຫລັກສູດຍຸຕິທຳ 1 ປີ.

ສຳລັບກິດຈະກຳດັ່ງກ່າວທີ່ໄດ້ໃຫ້ການສະໜັບສະໜຸນການພັດທະນາ ແລະ ປັບປຸງຫລັກສູດຍຸຕິທຳຂອງສະຖາບັນຍຸຕິທຳແຫ່ງຊາດໃນຄັ້ງນີ້ຖືໄດ້ວ່າເປັນອີກໜຶ່ງບາດກ້າວລິເລີ່ມທີ່ສຳຄັນແກ່ຂະບວນການຮ່ວມມືກັນທີ່ມຸ່ງເນັ້ນໄປຍັງເປົ້າໝາຍໃນການຍົກລະດັບປະສິດທິພາບຂອງສະຖາບັນຍຸຕິທຳແຫ່ງຊາດ ຕະຫລອດໄປຈົນຮອດການຜັນຂະຫຍາຍຫລັກສູດການຝຶກອົບຮົມໃຫ້ມີຄວາມທັນສະໄໝ ເພື່ອຮັບປະກັນຄວາມສອດຄ່ອງຕໍ່ກັບການກະກຽມຄວາມພ້ອມທາງດ້ານຄວາມຮູ້ຄວາມສາມາດໃຫ້ແກ່ຜູ້ພິພາກສາ, ໄອຍະການ, ແລະ ທະນາຍໃນອະນາຄົດຂອງ ສປປ ລາວ ໄດ້ດີຍິ່ງຂຶ້ນ.

ຫລັງຈາກການປຶກສາຫາລືກັນໃນຄັ້ງນີ້ ທາງຊ່ຽວຊານກໍຈະໄດ້ມີການກະກຽມຄຳແນະນຳເບື້ອງຕົ້ນເພື່ອເປັນການແນະນຳໃນການຮ່າງແຜນຍຸດທະສາດສຳລັບການຈັດຕັ້ງປະຕິບັດວຽກງານຂອງສະຖາບັນຍຸຕິທຳແຫ່ງຊາດ ແລະ ກອບແຜນງານຫລັກສູດທີ່ຈະມີການປັບປຸງໃໝ່ ໃນການຈັດຕັ້ງປະຕິບັດແຜນວຽກຕໍ່ໜ້າແມ່ນຈະມີການມຸ່ງເນັ້ນໄປທີ່ການອຳນວຍຄວາມສະດວກໃນກອງປະຊຸມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງເພື່ອພັດທະນາ ແລະ ກວດສອບເອກະສານແນະນຳຕ່າງໆເພື່ອຮັບປະກັນຄວາມເປັນເຈົ້າຂອງຕົນເອງໃນການຈັດຕັ້ງຜັນຂະຫຍາຍ ລວມໄປເຖິງຜົນກະທົບທີ່ຍືນຍົງໃນອະນາຄົດຂອງຫລັກສູດຍຸຕິທຳແຫ່ງຊາດໃນ ສປປ ລາວ.

ໂຄງການ ບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (ໂຄງການ JuSTICE) ຫວັງວ່າຈະໄດ້ຮ່ວມມືກັນຢ່າງສະໜິດແໜ້ນເພື່ອສານຕໍ່ຄວາມພະຍາຍາມໃນການພັດທະນາຫລັກສູດຮ່ວມກັນກັບທາງສະຖາບັນຍຸຕິທຳແຫ່ງຊາດ ພ້ອມກັບຄູ່ຮ່ວມງານທີ່ກ່ຽວຂ້ອງເພື່ອການພັດທະນາທີ່ຍືນຍົງສຳລັບລະບົບຍຸຕິທຳໃນ ສປປ ລາວ.

ການບັນຍາຍການຂື້ນສອນທີ່ ສຍຊ | ©JuSTICE Project
ຮູບລວມທີມງານໂຄງການ ເເລະ ຕາງໜ້າຈາກສະພາທະນາຍຄວາມ | ©JuSTICE Project
ຮູບພາບລວມທີມງານໂຄການ ເເລະ ຕາງໜ້າຈາກສະຖາບັນຄົ້ນຄວ້າ ເເລະ ຝຶກອົບຮົມອົງການໄອຍະການ | ©JuSTICE Project

Comments are disabled.