ໂດຍການກ່າວເປີດພິທີເຜີຍແຜ່ຈາກ ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທຳ ເຊິ່ງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເສີມສ້າງການຄຸ້ມຄອງວຽກງານສິ່ງແວດລ້ອມຂອງ ສປປ ລາວ ຕາມຄຳໝັ້ນສັນຍາສາກົນ, ລວມທັງສັນຍາປາຣີ. ຫຼັງຈາກນັ້ນ, ທ່ານ ນ. ນາທາລີ ແບຣດ (Ms. Nathalie Brat), ຫົວໜ້າພະແນກຮ່ວມມື ຂອງ ສະຖານທູດຝຣັ່ງ ປະຈຳ ສປປ ລາວ ກໍໄດ້ຍົກໃຫ້ເຫັນການຮ່ວມມືລະຫວ່າງ ຝຣັ່ງ ແລະ ສປປ ລາວ ໃນການຊຸກຍູ້ຄວາມຍຸຕິທຳທາງດ້ານສິ່ງແວດລ້ອມ, ຕໍ່ມາ ທ່ານ ຄຳພອນ ສີປະເສີດ, ຫົວໜ້າກົມຮ່ວມມືສາກົນ, ກະຊວງຍຸຕິທຳ ກໍໄດ້ໃຫ້ທັດສະນະກ່ຽວກັບບົດບາດ ຂອງ ໂຄງການ JuSTICE ໃນການສົ່ງເສີມກອບກົດໝາຍໃຫ້ເຂັ້ມແຂງຂຶ້ນ ແລະ ທ່ານ ແມັດທິວ ເບີດ໌ (Mr. Matthew Baird), ຜູ້ຊ່ຽວຊານດ້ານກົດໝາຍສິ່ງແວດລ້ອມ ຂອງ ໂຄງການ JuSTICE ໄດ້ນຳສະເໜີຂໍ້ລິເລີ່ມທີ່ສຳຄັນເພື່ອແນໃສ່ປັບປຸງຄວາມຍຸຕິທຳທາງດ້ານສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ ຢູ ສປປ ລາວ.

ການກ່າວເປີດໂດຍ ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທຳ | ©JuSTICE Project
ພິທີເຜີຍແຜ່ຄັ້ງນີ້ມີຜູ້ເຂົ້າຮ່ວມປະມານ 60 ຄົນ, ເຊິ່ງລວມມີຜູ້ຕາງໜ້າຈາກພາກລັດຖະບານ, ອົງການຕຸລາການ, ອົງການສາກົນ ແລະ ອົງການຈັດຕັ້ງສັງຄົມ ເພື່ອແນໃສ່ເພີ່ມທະວີການປະຕິບັດກົດໝາຍ ວ່າດ້ວຍສິ່ງແວດລ້ອມ.
ໂດຍຜ່ານການຝຶກອົບຮົມສະເພາະ ສໍາລັບຜູ້ຊ່ຽວຊານດ້ານກົດຫມາຍ, ການສ້າງຈິດສໍານຶກ ແລະ ການປັບປຸງກົນໄກການບັງຄັບໃຊ້, ໂຄງການ JuSTICE ໄດ້ເຮັດວຽກຢ່າງຈິງຈັງ ເພື່ອຮັບປະກັນວ່າ ກົດຫມາຍ ວ່າດ້ວຍສິ່ງແວດລ້ອມ ບໍ່ພຽງແຕ່ໄດ້ຮັບການປະກາດໃຊ້ເທົ່ານັ້ນແຕ່ຫາກໄດ້ຮັບການປະຕິບັດຢ່າງມີປະສິດທິພາບ. ໂດຍການຊຸກຍູ້ການຮ່ວມມືລະ ຫວ່າງບັນດາສະຖາບັນກົດໝາຍ ແລະ ບັນດາຜູ້ມີສ່ວນກ່ຽວຂ້ອງທີ່ສຳຄັນ, ຂໍ້ລິເລີ່ມດັ່ງກ່າວໄດ້ເສີມຂະຫຍາຍພື້ນຖານນິຕິທຳດ້ານສິ່ງແວດລ້ອມ, ຮັບປະກັນຄວາມຮັບຜິດຊອບ ແລະ ຄວາມຍຸຕິທຳໃຫ້ແກ່ຄົນລຸ້ນຫຼັງ.

ກ່າວຄໍາເຫັນໂດຍ ທ່ານ ນ. ນາທາລີ ແບຣດ , ຫົວໜ້າພະແນກຮ່ວມມື ຂອງ ສະຖານທູດຝຣັ່ງ ປະຈຳ ສປປ ລາວ | ©JuSTICE Project

ຜູ້ເຂົ້າຮ່ວມງານເຜີຍແຜ່ | ©JuSTICE Project