ໃນລະຫວ່າງວັນທີ 9 - 13 ທັນວາ 2024 ໂຄງການ ບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (ໂຄງການ JuSTICE) ໄດ້ມີການຈັດການຝຶກອົບຮົມຄູຝຶກໃຫ້ແກ່ພະນັກງາຄູຝຶກຈຳນວນ 25 ທ່ານຈາກ ສະຖາບັນຄົ້ນຄວ້າ ແລະ ການຝຶກອົບຮົມຂອງສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ, ສານປະຊາຊົນນະຄອນຫລວງວຽງຈັນ ແລະ ສະຖາບັນຍຸຕິທຳແຫ່ງຊາດເປັນໄລຍະເວລາທັງໝົດ 5 ວັນ ເຊິ່ງກິດຈະກຳດັ່ງກ່າວນີ້ຖືເປັນແນວຄວາມຄິດລິເລີ່ມທຳອິດໃນການຈັດຝຶກອົບຮົມຄູຝຶກທີ່ຖືກອອກແບບມາເພື່ອຊ່ວຍພັດທະນາທັກສະການຝຶກອົບຮົມພາກປະຕິບັດໃຫ້ແກ່ຄູຝຶກໃນ ສປປ ລາວ.

ການຝຶກອົບຮົມໃນຄັ້ງນີ້ແມ່ນນຳສະເໜີໂດຍຊ່ຽວຊານຕ່າງປະເທດດ້ານການສຶກສາກົດໝາຍ ທ່ານ ດຣ ລໍເຣນ ຊິລີ (Dr. Lawrence Siry) ແລະ ທ່ານ ດຣ ຮາເຈີ ຣູດີ (Dr. Hajer Rouidi) ການຝຶກອົບຮົມດັ່ງກ່າວແມ່ນໄດ້ແນະນຳເຖິງຫລັກການຮຽນຮູ້ຂອງຜູ້ໃຫຍ່ທີ່ປັບໃຫ້ເໝາະກັບບໍລິບົດຂອງກົດໝາຍ ທີ່ສຳຄັນແມ່ນໄດ້ເນັ້ນໜັກເຖິງວິທີການຮຽນຮູ້ແບບຕອບໂຕ້ ລວມໄປເຖິງການນຳໃຊ້ກໍລະນີສຶກສາຕົວຈິງ, ວິທີການຮຽນຮູ້ທີ່ນຳໃຊ້ບັນຫາເປັນຕົວກະຕຸ້ນ(PBL) ແລະ ການເຮັດຂະບວນການພິຈາລະນາຄະດີຈຳລອງ ຫລື ການເຮັດສານຈຳລອງ.

ຕະຫລອດການຝຶກອົບຮົມດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ສຳຫລວດວິທີການທີ່ມີປະສິດທິພາບໃນການສ້າງໂຄງສ້າງການໃຊ້ເຫດຜົນທາງກົດໝາຍໂດຍນຳໃຊ້ວິທີການ IRAC ເຊິ່ງເປັນແນວທາງທີ່ຊ່ວຍໃຫ້ຜູ້ຮຽນສາມາດຈັດລະບຽບແນວທາງການວິເຄາະຂອງຕົນເອງ ຜ່ານການໄຈ້ແຍກເຖິງບັນຫາ, ລະບຸລະບຽບການທີ່ກ່ຽວຂ້ອງ, ການນຳໃຊ້ການວິເຄາະ ແລະ ການສະຫລຸບ ພາຍໃນການຝຶກອົບຮົມໄດ້ມີການເຮັດວຽກເປັນກຸ່ມເຊິ່ງເປັນການຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ອອກແບບ ແລະ ລອງເຮັດສະຖານະການຄະດີຈຳລອງຕ່າງໆ, ສະແດງບົດບາດສົມມຸດ ແລະ ໃຫ້ຄຳເຫັນແກ່ນັກຝຶກອົບຮົມຜູ້ເຂົ້າຮ່ວມດ້ວຍກັນ.

ການຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຕອບຮັບທີ່ດີຈາກຜູ້ເຂົ້າຮ່ວມ ເຊິ່ງຜູ້ເຂົ້າຮ່ວມກໍໄດ້ກ່າວວ່າພວກເຂົາໄດ້ຮັບຄວາມຮູ້ທີ່ມີຄວາມໝາຍ ແລະ ຈຳເປັນຫລາຍຕໍ່ກັບວຽກງານການຝຶກອົບຮົມ ອີກທັງຜູ້ເຂົ້າຮ່ວມກໍຍັງສະແດງຄວາມສົນໃຈຕໍ່ກັບການຝຶກອົບຮົມໃນຕໍ່ໜ້າໂດຍສະເພາະແມ່ນການຊ່ວຍພັດທະນາເຕັກນິກວິຊາການຂອງພວກເຂົາ ເພື່ອສາມາດຊ່ວຍສ້າງສະຖານະການຈຳລອງ ແລະ ດຳເນີນກິດຈະກຳໃນການຝຶກອົບຮົມແບບໂຕ້ຕອບກັບນັກຝຶກອົບຮົມ.

ການຝຶກອົບຮົມໃນຄັ້ງນີ້ຖືວ່າເປັນຂີດໝາຍທີ່ສຳຄັນຫລາຍໃນການພັດທະນາທັກສະຂີດຄວາມຮູ້ຄວາມສາມາດໃຫ້ແກ່ບັນດານັກຝຶກອົບຮົມຂອງຂະແໜງການຍຸຕິທຳ ທັງຍັງເປັນການສະໜັບສະໜຸນເປົ້າໝາຍຂອງທາງໂຄງການບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (ໂຄງການ JuSTICE) ໃນການສົ່ງເສີມການສຶກສາທາງກົດໝາຍທີ່ເນັ້ນການປະຕິບັດ ແລະ ເນັ້ນຜູ້ຮຽນເປັນສູນກາງຂອງການຝຶກອົບຮົມໃນ ສປປ ລາວ.

ນັດຝຶກອົບຮົມດໍາເນີນເຮັດສະຖານະການຈໍາລອງ | ©JuSTICE Project
ການເຮັດວຽກເປັນກູ່ມ | ©JuSTICE Project
ຮູບລວມຜູ້ເຂົ້າຮ່ວມກອງປະຊຸມ | ©JuSTICE Project

Comments are disabled.