ການສ້າງຄວາມເຂັ້ມເເຂງວິທີການຝຶກອົບຮົມທາງດ້ານກົດໝາຍ 

ການສ້າງຄວາມເຂັ້ມເເຂງທາງດ້ານການຝຶກອົບຮົມທາງດ້ານກົດໝາຍໃນລາວ

ໂຄງການ JuSTICE ເເມ່ນໂຄງການພັດທະນາວຽກງານວິທີການຝຶກອົບຮົມເເກ່ນັກກົດໝາຍ ເພື່ອຮັບປະກັນລະບົບຄວາມຍຸຕິທໍາທີ່ມີປະສິດທິພາບ ເເລະ ທ່ຽງທໍາຫຼາຍຂື້ນ. ໂດຍຜ່ານອົງປະກອບກິດຈະກໍາດັ່ງກ່າວ, ໂຄງການພວກເຮົາໃຫ້ການສະໜັບສະໜຸນເເກ່ບັນດາຜູ້ພິພາກສາ, ໄອຍະການ ເເລະ ນັກກົດໝາຍ ມີຄວາມສາມາດໃນການໃຫ້ຄໍາເຫັນທາງດ້ານກົດໝາຍໄດ້ຢ່າງມີປະສິດທິພາບ ເເລະ ສາມາດນໍາໃຊ້ກົດໝາຍໄດ້ຢ່າງມີປະສິດທິພາບ ເເລະ ສອດຄ່ອງກັບສະພາບຄວາມເປັນຈິງ. ເຊິ່ງໂຄງການພວກເຮົາໄດ້ເຮັດວຽກກັບບັນດາອົງການຈັດຕັ້ງຕ່າງໆທີ່ສໍາຄັນຢ່າງເຊັ່ນ: ສະຖາບັນຍຸຕິທໍາເເຫ່ງຊາດ, ສະພາທະນາຍຄວາມ ເເລະ ສະຖານບັນຄົ້ນຄວ້າ ເເລະ ຝຶກອົບຮົມຂອງ ສານປະຊາຊົນສູງສຸດ ເເລະ ອົງການໄອຍະການປະຊາຊົນສູງສຸດ ໂດຍຜ່ານການໃຫ້ການຊ່ວຍເຫຼືອທາງດ້ານການພັດທະນາທາງດ້ານຫຼັກສູດ, ວິທີການສິດສອນທີ່ທັນສະໄໝ, ເເລະ ການຝຶກອົບຮົມວິຊາສະເພາະທາງດ້ານກົດໝາຍເເກ່ນັກສືກສາທາງດ້ານກົດໝາຍ. ຜ່ານການປັບປຸງວິທີການທາງດ້ານກົດໝາຍ ເເລະ ຮັບປະກັນການນໍາໃຊ້ກົດໝາຍ, ໂຄງການດັ່ງກ່າວນີ້ເເມ່ນເພື່ອຊ່ວຍໃນການສ້າງລະບົບຄວາມຍຸຕິທໍາທີ່ສາມາດເພິ່ງພາໄດ້, ໂປ່ງໃສ ເເລະ ຕອບສະໜອງຕາມຄວາມຕ້ອງການຂອງສັງຄົມໄດ້.

24 02 25_NIJ Dragonir Yordanov

ເລີ່ມຕົ້ນການສະໜັບສະໜຸນສະຖາບັນຍຸຕິທຳແຫ່ງຊາດໃນການຈັດຕັ້ງຜັນຂະຫຍາຍ ແລະ ປັບປຸງຫລັກສູດຍຸຕິທຳ 1 ປີ

ໂຄງການ ບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (ໂຄງການ JuSTICE) ໄດ້ມີການຈັດຕັ້ງປະຕິບັດວຽກງານ...
, 13/03/2025
24 12 10 ToT PSC opening_H.E. Sipphandone

ການຝຶກອົບຮົມຄູຝຶກໃຫ້ແກ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມຂອງສານປະຊາຊົນສູງສຸດ

ໃນລະຫວ່າງວັນທີ 9 - 13 ທັນວາ 2024 ໂຄງການ ບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (ໂຄງການ JuSTICE)...
, 28/12/2024