ຄວາມຍຸຕິທຳດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ

ການສ້າງຄວາມເຂັ້ມເເຂງໃຫ້ເເກ່ການສ້າງລັດເເຫ່ງກົດໝາຍທາງດ້ານສິ່ງເເວດລ້ອມ ໃນ ລາວ

 ໂຄງການ JuSTICE ຍັງໄດ້ເຮັດວຽກເພື່ອຮັບປະກັນວ່າກົດໝາຍສິ່ງແວດລ້ອມບໍ່ພຽງແຕ່ເປັນລາຍລັກອັກສອນເທົ່ານັ້ນ ແຕ່ຖືກບັງຄັບໃຊ້ຢ່າງມີປະສິດທິພາບ. ຜ່ານອົງປະກອບຂອງຄວາມຍຸຕິທຳດ້ານ ສິ່ງແວດລ້ອມ (CEJ), ໂຄງການພວກເຮົາໄດ້ຊ່ວຍຜູ້ພິພາກສາ, ໄອຍະການ, ແລະ ນັກກົດໝາຍໃນການນຳໃຊ້ກົດໝາຍສິ່ງແວດລ້ອມຢ່າງສອດຄ່ອງ ເເລະ ທ່ຽງທໍາ. ໂຄງການພວກເຮົາຍັງສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນ, ສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າເຂົ້າໃຈສິດ ແລະ ຄວາມຮັບຜິດຊອບຂອງເຂົາເຈົ້າໃນການປົກປ້ອງຊັບພະຍາກອນທໍາມະຊາດ. ດ້ວຍການເຮັດວຽກຮ່ວມກັນລະຫວ່າງກະຊວງຍຸຕິທຳ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ແລະ ບັນດາຄູ່ຮ່ວມມືສຳຄັນອື່ນໆ, ໂຄງການພວກເຮົາ ຍັງຊຸກຍູ້ສົ່ງເສີມວຽກງານກ່ຽວກັບກົດໝາຍດ້ານສິ່ງແວດລ້ອມ ເພື່ອເເກ້ໄຂບັນຫາສິ່ງທ້າທາຍຕ່າງໆເຊັ່ນ: ການຕັດໄມ້ທຳລາຍປ່າ, ການສູນເສຍຊີວະນາໆພັນ, ແລະ ການປ່ຽນແປງຂອງດິນຟ້າອາກາດ. ໂຄງການລິເລີ່ມນີ້ເເມ່ນເເນໃສ່ການເສີມຂະຫຍາຍຂອບກົດໝາຍ ແລະ ສົ່ງເສີມວຽກງານດັ່ງກ່າວ ໃຫ້ເກີດຜົນເປັນຈິງ ເພື່ອອະນາຄົດທີ່ທ່ຽງທໍາ ແລະ ຍືນຍົງຍິ່ງຂື້ນໃນ ສປປ ລາວ.

8d7c4434-76ca-4c93-a309-26697e552053

ກອງປະຊຸມເຜີຍແຜ່ຜົນຂອງການສຶກສາ ການນໍາໃຊ້ກົດໝາຍ ແລະ ລະບຽບການ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ຢູ່ ສປປ ລາວ

ໃນວັນທີ 25 ເມສາ 2025, ໂຄງການ JuSTICE ໄດ້ຈັດກອງປະຊຸມເຜີຍແຜ່ຜົນຂອງການສຶກສາ ການນໍາໃຊ້ກົດໝາຍ ແລະ ລະບຽບການ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ຢູ່ ສປປ ລາວ...
, 28/04/2025
LPB CEJ 5

ຝຶກອົບຮົມວຽກງານຍຸຕິທໍາທາງດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (CEJ) ໂຄງການ JuSTICE

ໃນວັນທີ 5 - 6 ກຸມພາ 2025, ໂຄງການ JuSTICE ໄດ້ຈັດກອງປະຊຸມ ຜູ້ນໍາ ແລະ ບໍລິຫານ ຄວາມຍຸຕິທໍາທາງດ້ານສະພາບອາກາດ ແລະ ສິ່ງແວດລ້ອມ ທີ່ ນະຄອນຫຼວງພະບາງ. ກອງປະຊຸມໄດ້ນໍາພາໂດຍ...
, 13/02/2025
launch CEJ (1)

ພິທີເຜີຍແຜ່ແຜນປະຕິບັດງານ ຄວາມຍຸຕິທໍາທາງດ້ານສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ ຂອງໂຄງການ JuSTICE

ໂດຍການກ່າວເປີດພິທີເຜີຍແຜ່ຈາກ ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທຳ ເຊິ່ງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເສີມສ້າງການຄຸ້ມຄອງ...
, 10/02/2025
p1

ກອງປະຊຸມປຶກສາຫາລືກ່ຽວກັບ ຄວາມຍຸຕິທຳທາງດ້ານສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ (CEJ) ຢູ ສປປ ລາວ

ໃນວັນທີ 18 ພະຈິກ 2024, ໂຄງການ JuSTICE ໄດ້ຈັດກອງປະຊຸມປຶກສາຫາລືດ້ານວິຊາການເປັນຄັ້ງທຳອິດກັບບັນດາພາກສ່ວນກ່ຽວຂ້ອງຫຼັກ...
, 25/11/2024