ໃນວັນທີ 18 ພະຈິກ 2024, ໂຄງການ JuSTICE ໄດ້ຈັດກອງປະຊຸມປຶກສາຫາລືດ້ານວິຊາການເປັນຄັ້ງທຳອິດກັບບັນດາພາກສ່ວນກ່ຽວຂ້ອງຫຼັກ ຂອງ ໂຄງການ ເພື່ອແນໃສ່ພັດທະນາກິດຈະກຳກ່ຽວກັບວຽກງານ ຄວາມຍຸຕິທຳທາງດ້ານສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ (CEJ) ທີ່ເປັນສ່ວນໜຶ່ງຂອງອົງປະກອບໃໝ່ ທີ 4. ອົງປະກອບ 4 ເປັນອົງປະກອບທີ່ສຳຄັນ ຂອງ ໂຄງການ JuSTICE ເຊິ່ງເນັ້ນໃສ່ການເສີມສ້າງຂີດຄວາມສາມາດ ໃຫ້ແກ່ຜູ້ພິພາກສາ ໃນຂອບເຂດກົດໝາຍ ວ່າດ້ວຍສິ່ງແວດລ້ອມ. ຂໍ້ລິເລີ່ມດັ່ງກ່າວໄດ້ພະຍາຍາມຈັດວາງມາດຕະຖານທາງດ້ານສິ່ງແວດລ້ອມແຫ່ງຊາດ ຂອງ ສປປ ລາວໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ສົ່ງເສີມການພັດທະນາແບບຍືນຍົງ.
ກອງປະຊຸມຄັ້ງນີ້ ເປັນປະທານ ໂດຍ ທ່ານ ຄຳພອນ ສີປະເສີດ (ຫົວໜ້າໂຄງການ) ແລະ ມີຜູ້ຕາງໜ້າເຂົ້າຮ່ວມຈາກບັນ ດາຄູ່ຮ່ວມງານທີ່ກ່ຽວຂ້ອງຄື: ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ອົງການໄອຍະການປະ ຊາຊົນສູງສຸດ (ອອປສ), ສານປະຊາຊົນສູງສຸດ (ສປຊ), ສະພາທະນາຍຄວາມລາວ (ສທລ), ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ (ກຄສຍ), ກົມໂຄສະນາເຜີຍແຜ່ກົດໝາຍ (ກຄສຜ), ສະຖາບັນຍຸຕິທຳແຫ່ງຊາດ (ສຍຊ) ແລະ ກົມກົດໝາຍ (ກກໝ).

ຈຸດປະສົງຫຼັກຂອງກອງປະຊຸມ ເພື່ອອະທິບາຍຈຸດປະສົງຂອງອົງປະກອບ ວຽກງານຄວາມຍຸຕິທຳທາງດ້ານສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ, ທີ່ປະຊຸມຄູ່ຮ່ວມງານພາກສ່ວນກ່ຽວຂ້ອງຕ່າງໆ ກໍໄດ້ສະເໜີຄວາມຕ້ອງການຜ່ານການປຶກສາຫາລືສອງຝ່າຍ ແລະ ເພື່ອຄົ້ນຫາວິທີການຕ່າງໆ ທີ່ທາງ ໂຄງການ JuSTICE ສາມາດແກ້ໄຂບັນຫາບູລິມະສິດເຫຼົ່ານີ້ໄດ້ຢ່າງມີປະສິດທິພາບ. ກອງປະຊຸມຍັງໄດ້ເປີດໂອກາດແນະນໍາ ທ່ານ ແມັດທິວ ເບີດ໌ (Mr. Matthew Baird), ຜູ້ຊ່ຽວຊານດ້ານກົດຫມາຍສິ່ງແວດລ້ອມທີ່ໄດ້ຮັບການແຕ່ງຕັ້ງໃຫມ່ສໍາລັບອົງປະກອບ 4 ເຊິ່ງເປັນຜູ້ມີຄວາມຊໍານານທາງດ້ານກົດຫມາຍ ວ່າດ້ວຍສິ່ງແວດລ້ອມໃນທົ່ວພາກພື້ນຕ່າງໆ ລວມທັງອາຊີຕາເວັນອອກສຽງໃຕ້, ທ່ານ ແມັດທິວ ເບີດ໌ ພ້ອມດ້ວຍທີມງານໂຄງການ JuSTICE ຈະນໍາພາການພັດທະນາ ແລະ ການຈັດຕັ້ງປະຕິບັດກິດຈະກໍາທີ່ກໍາໜົດ ເພື່ອຕອບສະຫນອງຄວາມຕ້ອງການສະເພາະຂອງຄູ່ຮ່ວມງານໃນຂົງເຂດຄວາມຍຸຕິທຳທາງດ້ານສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ.
ການປຶກສາຫາລືໄດ້ກວມເອົາບັນດາຈຸດສຸມທີ່ສຳຄັນ ເພື່ອກ້າວໄປສູ່ຄວາມຍຸຕິທຳທາງດ້ານສິ່ງແວດລ້ອມ ຢູ່ ສປປ ລາວ. ເຊິ່ງພາກສ່ວນທີ່ກ່ຽວຂ້ອງໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງແຜນການຝຶກອົບຮົມຢ່າງຮອບດ້ານ ເພື່ອສ້າງຄວາມຊໍານິ ຊໍານານທາງດ້ານກົດ ວ່າດ້ຍໝາຍສິ່ງແວດລ້ອມ ເນື່ອງຈາກຂະແໜງດັ່ງກ່າວຍັງໃໝ່ ແລະ ຍັງບໍ່ທັນໄດ້ພັດທະນາຢູ່ພາຍໃນປະເທດ. ນອກຈາກນີ້, ເຄື່ອງມືເພື່ອການຈັດຕັ້ງປະຕິບັດເຊັ່ນ: ປື້ມຄູ່ມື ແລະ ຂັ້ນຕອນຕ່າງໆ ຖືກວ່າເປັນສິ່ງທີ່ຈໍາເປັນເພື່ອອໍານວຍຄວາມສະດວກໃຫ້ແກ່ການປະຕິບັດກົດໝາຍ ວ່າດ້ວຍສິ່ງແວດລ້ອມຢ່າງມີປະສິດທິຜົນ ແລະ ຊຸກຍູ້ການປະສານງານລະຫວ່າງອົງການຕ່າງໆຢ່າງຕັ້ງໜ້າ.
ນອກຈາກນັ້ນ, ການປຶກສາຫາລືໄດ້ເປີດໂອກາດໃຫ້ພາກສ່ວນກ່ຽວຂ້ອງຕ່າງໆ ໄດ້ສະແດງຄວາມຄິດເຫັນກ່ຽວກັບສິ່ງທ້າທາຍ, ແລກປ່ຽນບົດຮຽນລົງເລິງ ແລະ ພະຍາຍາມຍົກລະດັບການມີສ່ວນຮ່ວມກ່ຽວກັບວຽກງານ ຄວາມຍຸຕິທຳທາງດ້ານສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ. ການປຶກສາຫາລືຄັ້ງນີ້ບໍ່ພຽງແຕ່ເພີ່ມທະວີການພົວພັນລະຫວ່າງຄູ່ຮ່ວມງານ, ແຕ່ຍັງໄດ້ວາງພື້ນຖານອັນໜັກແໜ້ນໃຫ້ແກ່ບັນດາຂໍ້ລິເລີ່ມໃນອະນາຄົດ ເພື່ອແກ້ໄຂສິ່ງທ້າທາຍທາງດ້ານສິ່ງແວດລ້ອມ, ໂດຍສະເພາະແມ່ນການກຳນົດມາດຕະຖານທາງດ້ານສິ່ງແວດລ້ອມ ໃຫ້ເຂົ້າກັບສະພາບການ ຂອງ ສປປ ລາວ.
ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານ ຄວາມຍຸຕິທຳທາງດ້ານສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ ຍັງໄດ້ເນັ້ນຫນັກເຖິງຄວາມສໍາຄັນຂອງການສະຫນັບສະຫນູນດ້ານວິຊາການທີ່ເຫມາະສົມ ແລະ ການລິເລີ່ມການສ້າງຄວາມອາດສາມາດທີ່ຈະສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ທີ່ເຮັດວຽກຂະແໜງຍຸຕິທໍາ ແລະ ຜູ້ມີສ່ວນຮ່ວມອື່ນໆ ໃນອະນາຄົດ. ໂດຍການຕອບສະໜອງຄວາມຕ້ອງການເຫຼົ່ານີ້, ໂຄງການ JuSTICE ມີຄວາມມຸ່ງໝັ້ນທີ່ຈະເຮັດບົດບາດສຳຄັນໃນການເສີມສ້າງ ແລະ ສົ່ງເສີມຄວາມຍຸຕິທຳທາງດ້ານສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ ຢູ່ ສປປ ລາວ.