ໃນວັນທີ 23 ເດືອນ ທັນວາ ທີ່ຜ່ານມາ ໂດຍການໃຫ້ການຊ່ວຍເຫຼຶອຈາກໂຄງການ JuSTICE ເເກ່ ກົມການຮ່ວມມືສາກົນ ກະຊວງຍຸຕິທໍາ ຕໍການຈັດຝຶກອົບຮົມເເບບເຂັ້້ມຂຸ້ນ ສຸມໃສ່ການສ້າງທັກສະທາງດ້ານ Microsoft PowerPoint, Excel, ເເລະ E-Office ໃຫ້ເເກ່ພະນັກງານວິຊາການຂອງກະຊວງ.
ການຝຶກອົບຮົມຄັ້ງນີ້ເເມ່ນດໍາເນີນພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ສາຍຄິດ ວິສີສົມບັດ, ຮອງຫົວໜ້າກົມການຮ່ວມມືສາກົນ ເເລະ ຮອງຄະນະຄຸ້ມຄອງໂຄງການ ເຊິ່ງມີຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 31 ທ່ານ ຕາງໜ້າຈາກກົມຮ່ວມມືສາກົນ ລວມທັງ ພະເເນກອື່ນໆທີ່ກ່ຽວຂ້ອງ, ສູນເເກ້ໄຂຂໍ້ຂັດເເຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທໍາເເຫ່ງຊາດ ເເລະ ສະພາທະນາຍຄວາມ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ເເມ່ນເພື່ອເສີມສ້າງທັກສະຄວາມຮູ້ຄວາມສາມາດທີ່ສາມາດນໍາໃຊ້ໄດ້ຕົວຈິງໃຫ້ເເກ່ ພະນັກງານກະຊວງຍຸຕິທໍາ. ການຝຶກອົບຮົມດັ່ງກ່າວນັ້ນ ເເມ່ນເເນໃສ່ເພື່ອສ້າງທັກສະເເກ່ນັກສໍາມະນາກອນໃຫ້ໄດ້ທັງທັກສະພື້ນຖານ ເເລະ ຊ່ຽວຊານ ໃນການນໍາໃຊ້ ບັນດາເຄື່ືອງມືໂປຣເເກມ Microsoft PowerPoint, Excel, ເເລະ E-Office. ໂດຍຜ່ານການຝຶກບັນດາທັກສະທີ່ສໍາຄັນດັ່ງກ່າວນັ້ນ, ກະຊວງຍຸຕິທໍາ ເເນ່ໃສ່ເພື່ອ ປັບປຸງລະບົບການດໍາເນີນງານທີ່ສໍາຄັນ ເເລະ ເສີມສ້າງປະສິດທິພາບໃນການບໍລິຫານຈັດການຂໍ້ມູນຂອງກະຊວງ ເເລະ ການປັບປ່ຽນໂດຍລວມທີ່ຈໍາເປັນໃຫ້ທັນກັບຍຸກລະບົບເເຫ່ງດິຈິຕອນ.
ໃນການນໍາພາເລື່ອງເນື້ອໃນວິຊາການ ໃນການຝຶກອົບຮົມຄັ້ງນີ້ເເມ່ນໄດ້ຮັບການອໍານວຍຄວາມສະດວກໂດຍ ບໍລິສັດ TACDO ພາຍໃຕ້ການໃຫ້ການສະໜັບສະໜຸນໂດຍ ໂຄງການ JuSTICE ເຊິີ່ງໄດ້ເນັ້ນໃສ່ການ ການຝຶກເເບບການລົງມື ເເລະ ການປະຕິບັດຕົວຈິງ. ເນື້ອໃນຂອງການຝຶກອົບຮົມເເມ່ນໄດ້ກວມເອົາຫຼາຍຫົວຂໍ້ທີ່ສໍາຄັນເຊັ່ນ: ລົງເລິກເຖິງບັນດາວິທີການສະເພາະໃນການນໍາໃຊ້ Microsoft Powerpoint ເພື່ອການເຮັດບົດນໍາສະເໜີທີ່ສ້າງຜົນໄດ້ຮັບສູງສຸດ, ການນໍາໃຊ້ໂປເເກຣມ Excel ເພື່ອການວິເຄາະຂໍ້ມູນ, ລາຍງານ ເເລະ ການປະຈັກພາບເເກ່ຜົນໄດ້ຮັບຕ່າງໆ ເເລະ ຍັງລວມໄປເຖິງການນໍາໃຊ້ລະບົບ E-Office ເພື່ອເຊື່ອມໂຍງຂະບວນການເຮັດວຽກບໍລິຫານເປັນເເບບອອນລາຍ. ເພື່ອຮັບປະກັນວ່າ ບັນດາທັກສະການຝຶກອົບຮົມ ສາມາດນໍາເອົາໄປໃຊ້ໄດ້ໃນຕົວຈີງ, ນັກສໍາມະນາກອນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບສ່ວນເຂົ້າໃນການຝຶກອົບຮົມຄັ້ງນີ້ ໂດຍໄດ້ມີການເຮັດບົດຝຶກຫັດຮ່ວມກັນ ເເລະ ສົນທະນາ ເເລະ ຝຶກຝົນທັກສະຜ່ານກໍລະນີສຶກສາຕົວຈີງ ເຊິ່ງທັງໝົດນີ້ເເມ່ນເພື່ອເຮັດໃຫ້ຜູ້ຝຶກອົບຮົມໝັ້ນໃຈທີ່ຈະສືບຕໍ່ນໍາເອົາທັກສະທີ່ໄດ້ໄປໃຊ້ຕໍ່ໄດ້ໃນວຽກປະຈໍາວັນ ເເລະ ໜ້າທີ່ຮັບຜິດຊອບຂອງພວກເຂົາ.
ໂດຍການເຫັນໄດ້ເຖີງຄວາມສໍາຄັນໃນການພັດທະນາທັກສະທາງດ້ານ ເຕັກໂນໂລຊີຂໍ້ມູນຂ່າວສານ ໃຫ້ເເກ່ພະນັກງານກະຊວງຍຸຕິທໍາ ເພື່ອສອດຄ່ອງໃຫ້ທັນກັບສະໄໝ ເເລະ ຍຸກເເຫ່ງລະບົບດິຈິຕອນ ຈຶ່ງໄດ້ເຮັດໃຫ້ການຝຶກອົບຮົມນີ້ຂື້ນ. ເຊິ່ງໃນການຝຶກອົບຮົມທາງດ້ານທັກສະໃນການນໍາໃຊ້ເຕັກໂນໂລຊີ ເເບບຍຸດທະສາດ ເເມ່ນບາດກ້າວທີ່ສໍາຄັນຂອງກະຊວງຍຸຕິທໍາໃນການພັດທະນາຄວາມສາມາດໃນການຈັດຕັ້ງປະຕິບັດ ເເລະ ບໍລິຫານງານ ພ້ອມທັງເປັນການປັບປຸງສະພາບການເຮັດວຽກ ໃຫ້ສອດຄ່ອງກັບ ຊັບພະຍາກອນ ເເລະ ຄວາມຕ້ອງການໃນຍຸກເເຫ່ງລະບົບ ດິຈິຕອນ ເຊິ່ງທັງໝົດນີ້ກໍເເມ່ນເພື່ອເປັນການປະກອບສ່ວນເຂົ້າໃນການສ້າງຄຸນະພາບ ເເລະ ປະສິດທິພາບ ເເກ່ການຈັດຕັ້ງ ເເລະ ບໍລິຫານຫ້ອງການກະຊວງ.
