ໃນວັນທີ 22 ມັງກອນ 2025, ໂຄງການ ບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (ໂຄງການ JuSTICE) ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການເພື່ອທົບທວນຜົນໄດ້ຮັບໃນໄລຍະຂອງການຈັດຕັ້ງປະຕິບັດໂຄງການຂອງປີ 2024 ທີ່ຜ່ານມາ ແລະ ປຶກສາຫາລືກັນໃນການຮັບຮອງເອົາແຜນການຈັດຕັ້ງປະຕິບັດວຽກງານສຳລັບປີ 2025.
ໂຄງການ ບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (ໂຄງການ JuSTICE) ໄດ້ຮັບການສະໜັບສະໜຸນໂດຍອົງການຝຣັ່ງເພື່ອການພັດທະນາ (AFD) ແລະ ຮ່ວມເຮັດວຽກກັນຢ່າງໃກ້ຊິດກັບບັນດາຄູ່ຮ່ວມງານທີ່ສຳຄັນເຊັ່ນ: ກະຊວງຍຸຕິທຳ, ສະຖາບັນຍຸຕິທຳແຫ່ງຊາດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ສະພາທະນາຍຄວາມລາວ.
ກອງປະຊຸມຄະນະຊີ້ນຳໂຄງການໃນຄັ້ງນີ້ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືກັນຢ່າງສະໜິດແໜ້ນລະຫວ່າງພາກສ່ວນທີ່ກ່ຽວຂ້ອງເພື່ອຮັບປະກັນເຖິງຄຸນນະພາບຂອງທຸກກິດຈະກຳທີ່ຈະເກີດຂຶ້ນໃນປີ 2025. ກິດຈະກຳດັ່ງກ່າວນີ້ແມ່ນລວມໄປເຖິງການທົບທວນ ແລະ ການປັບປຸງຄູ່ມືສຳລັບການຝຶກອົບຮົມ 45 ວັນ, ການຈັດກອງປະຊຸມລະດັບພາກພື້ນກ່ຽວກັບກົດໝາຍສິ່ງແວດລ້ອມ ແລະ ການເປັນຕົວແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມທະນາຍຄວາມລະດັບພາກພື້ນໃນງານ LAWASIA. ນອກຈາກນີ້ ກອງປະຊຸມຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງແນວຄວາມຄິດລິເລີ່ມໃໝ່ໆທີ່ສາມາດປັບໃຊ້ໃນວຽກງານ ແລະ ການເສີມສ້າງຄວາມເຂັ້ມແຂງທາງດ້ານທັກສະຄວາມຮູ້ຄວາມສາມາດເພື່ອຮັບມືກັບຄວາມທ້າທາຍຂອງຂະແໜງກົດໝາຍ ໄປຈົນຮອດວຽກງານກົດໝາຍສິ່ງແວດລ້ອມ.
ໂຄງການ ບໍລິການທາງກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມທາງດ້ານຍຸຕິທຳ ຢູ່ ສປປ ລາວ (ໂຄງການ JuSTICE) ແມ່ນຍັງຄົງມຸ່ງໝັ້ນທີ່ຈະຊຸກຍູ້ວຽກງານການປະຕິຮູບກົດໝາຍໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ຄຽງຄູ່ໄປກັບການພັດທະນາສະຖາບັນກົດໝາຍໃນ ສປປ ລາວ ເພື່ອຮັບປະກັນວ່າຈະສາມາດສ້າງກອບກົດໝາຍທີ່ມີຄວາມເຂັ້ມແຂງ ແລະ ມີຄວາມເທົ່າທຽມກັນຍິ່ງຂຶ້ນໃນຂອບເຂດທົ່ວປະເທດ
